|
 |
(GMT+08:00)
2005-12-06 21:35:38
|
 |
ຈີນສະໜັບສະໜູນການເຈລະຈາຮອບໂດຮາຂອງອົງການການຄ້າໂລກສິ້ນສຸດລົງໃນປີ 2006
cri
Author: da
ຕາມຂ່າວCRI: ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ 6 ທັນວາ,ທ່ານຊິນກ່າງ ໂຄສົກກະຊວງການຕ່າງປະເທດຈີນເວົ້າວ່າ, ຈີນສະໜັບສະໜູນການເຈລະຈາຮອບໂດຮາຂອງອົງການການຄ້າໂລກສິ້ນສຸດລົງໃນປີ 2006,ຍິນດີຮ່ວມມືກັບສະມາຊິກອື່ນໆໃນອົງການການຄ້າໂລກ,ພ້ອມກັນຊຸກຍູ້ກອງປະຊຸມຮົງກົງຮັບຜົນສຳເລັດ,ເຮັດໃຫ້ການເຈລະຈາຮອບໂດຮາຮັບຜົນກ້ຳເກິ່ງກັນໂດຍໄວເທົ່າທີ່ຈະໄວໄດ້.
ທ່ານຊິນກ່າງເວົ້າວ່າ,ຝ່າຍຈີນເຫັນວ່າ ການເຈລະຈາຮອບໂດຮາ ຄວນຮັບປະກັນການຖືການພັດທະນາເປັນຂໍປະເດັນສຳຄັນ,ຊຸກຍູ້ຂະບວນການຄ້າເສລີຢ່າງແທ້ຈິງ,ປົວແປງໂອກາດອະນຸມັດເຂົ້າຕະຫຼາດຂອງສະມາຊິກປະເທດພວມພັດທະນາໃຫ້ດີຂຶ້ນ,ພ້ອມກັນນັ້ນ ຄວນພິຈາລະນາເຖິງຄວາມຫຍຸ້ງຍາກຂອງປະເທດພວມພັດທະນາໃນຂະບວນການຄ້າເສລີຢ່າງເຕັມທີ່,ສະໜອງການປະຕິບັດຕໍ່ທີ່ຕ່າງກັນໃຫ້ພວກເຂົາເຈົ້າຢ່າງແທ້ຈິງແລະບັງເກີດຜົນ.
ເພື່ອເຮັດໃຫ້ການເຈລະຈາຮອບໂດຮາຮັບຜົນພວງດຽວທີ່ກ້ຳເກິ່ງກັນ,ບັນດາສະມາຊິກຕ້ອງກ້າວເຖິງຂັ້ນເປັນເອກະສັນກັນໃນບັນຫາແກນກາງຂອງການເຈລະຈາຮອບໂດຮາໃນກອງປະຊຸມຮົງກົງ.
|
|
|