|
 |
(GMT+08:00)
2005-12-02 21:36:38
|
 |
ຜູ້ຊ່ຽວຊານອົງການອະນາໄມໂລກຍ້ອງຍໍສັນລະເສີນວຽກງານປ້ອງກັນແລະຄວບຄຸມໄຂ້ຫວັດສັດປີກຂອງແຂວງອານຫຸ່ຍຈີນ
cri
ຕາມຂ່າວສານຊີນຮວາ,ແຕ່ວັນທີ28ຫາວັນທີ30ພະຈິກ,ໜ່ວຍກວດກາຮ່ວມທີ່ປະກອບດ້ວຍຜູ້ຊ່ຽວຊານຂອງອົງການອະນາໄມໂລກແລະກະຊວງສາທາລະນະສຸກຈີນໄດ້ກວດກາວຽກງານຮັບມືກັບກໍລະນີຄົນເປັນພະຍາດໄຂ້ຫວັດສັດປີກຂອງແຂວງອານຫຸ່ຍຈີນ.ຜູ້ຊ່ຽວຊານຂອງອົງການອະນາໄມໂລກໄດ້ຕີລາຄາສູງຕໍ່ວຽກງານປ້ອງກັນແລະຄວບຄຸມຂອງແຂວງອານຫຸ່ຍ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງໜ່ວຍກວດກາເຫັນວ່າ,ອຳນາດການປົກຄອງທຸກຂັ້ນຂອງແຂວງອານຫູ່ຍໄດ້ເອົາໃຈໃສ່ທີ່ສຸດນຳການປ້ອງກັນແລະຄວບຄຸມຄົນເປັນພະຍາດໄຂ້ຫວັດສັດປີກ,ໄດ້ສ້າງສູນບັນຊາການທີ່ບັງເກີດຜົນທີ່ສຸດ,ໄດ້ເຮັດວຽກຢ່າງຫຼວງຫຼາຍໃນການປ້ອງກັນແລະຄວບຄຸມຄົນເປັນພະຍາດໄຂ້ຫວັດສັດປີກ.ໄດ້ພົບຄົນເປັນພະຍາດໄຂ້ຫວັດສັດປີກໃນເວລາສັ້ນໆ,ແລະຮູ້ຜົນກວດກາອັນແມ່ນຢຳໃນເວລາສັ້ນທີ່ສຸດ,ແລະໄດ້ຮັບຄວາມຢືນຢັນຈາກຫ້ອງທົດລອງຂອງສູນປ້ອງກັນແລະຄວຍຄຸມພະຍາດແຫ່ງຊາດ.
ເທື່ອນີ້,ໜ່ວຍກວດກາຂອງອົງການອະນາໄມໂລກລວມມີ9ຄົນ,ໄດ້ກວດກາຢູ່ແຂວງອານຫຸ່ຍເປັນເວລາ3ມື້.ໃນໜ່ວຍກວດກາມີຜູ້ຊ່ຽວຊານພະຍາດລະບາດ,ຜູ້ຊ່ຽວຊານຫ້ອງທົດລອງ,ຜູ້ຊ່ຽວຊານດ້ານສັດແລະຜູ້ຊ່ຽວຊານປິ່ນປົວເປັນຕົ້ນ.
|
|
|