|
 |
(GMT+08:00)
2005-12-02 16:23:49
|
 |
ທ່ານວັງຈ້າຍຊີ່ເວົ້າວ່າ ບັນຫາໄຕ້ຫວັນບໍ່ອະນຸຍາດໃຫ້ຕ່າງປະເທດແຊກແຊງ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 1 ທັນວາ ຢູ່ວໍຊິງຕັນ ທ່ານວັງຈ້າຍຊີ່ ຮອງຫົວໜ້າຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນກ່າວເນັ້ນວ່າ,ບັນຫາໄຕ້ຫວັນແມ່ນວຽກງານພາຍໃນຂອງຈີນທັງນັ້ນ,ເດັດຂາດບໍ່ອະນຸຍາດໃຫ້ຕ່າງປະເທດແຊກແຊງ.
ທ່ານວັງຈ້າຍຊີ່ແມ່ນໃຫ້ທັດສະນະດັ່ງກ່າວໃນເວລາສົນທະນາກັບຊາວຈີນຕ່າງດ້າວແລະຜູ້ແທນວົງການການສຶກສາຢູ່ທ້ອງຖິ່ນ.ທ່ານຍັງເວົ້າວ່າ,ປີ 2005,ສະຖານະການສອງຝັ່ງຊ່ອງແຄບໄຕ້ຫວັນໄດ້ມີການປ່ຽນແປງຢ່າງຕັ້ງໜ້າ. ແຕ່ອິດທິກຳລັງແບ່ງແຍກໄຕ້ຫວັນເປັນເອກະລາດ ພັດບໍ່ໄດ້ຢຸດການເຄື່ອນໄຫວແບ່ງແຍກຈັກເທື່ອ. ຍ້ອນວ່າເຈົ້າໜ້າທີ່ໄຕ້ຫວັນປະຕິເສດບໍ່ຮັບຮອງຫຼັກການຈີນດຽວ,ບໍ່ຮັບຮອງ"ມະຕິເອກະສັນປີ 1992"ທີ່ສ່ອງແສງໃຫ້ເຫັນຫຼັກການຈີນດຽວ,ຈຶ່ງເຮັດໃຫ້ການສົນທະນາແລະການເຈລະຈາລະຫວ່າງສອງຝັ່ງ ຟື້ນຟູບໍ່ໄດ້.
ທ່ານວັງຈ້າຍຊີ່ເວົ້າວ່າ,ແຜ່ນດິນໃຫຍ່ປະເທດຊາດມີຄວາມຈິງໃຈແລະຄວາມອົດທົນຕໍ່ການຟື້ນຟູການສົນທະນາແລະການເຈລະຈາລະຫວ່າງສອງຝັ່ງແລະຊຸກຍູ້ການໂຮມສອງຝັ່ງເຂົ້າເປັນເອກະພາບກັນໂດຍສັນຕິ,ປະຕູແຫ່ງການສົນທະນາແລະເຈລະຈາກັບເຈົ້າໜ້າທີ່ໄຕ້ຫວັນຍັງເປີດຢູ່. ທະແນມແຕ່ເຈົ້າໜ້າທີ່ໄຕ້ຫວັນຮັບຮອງ"ມະຕິເອກະສັນປີ 1992",ການສົນທະນາແລະການເຈລະຈາລະຫວ່າງສອງຝັ່ງກໍຈະຟື້ນຟູໃນທຸກເວລາໄດ້,ບໍ່ໜຳບັນຫາໃດໆກໍເຈລະຈາກັນໄດ້. ຫຼັກໝັ້ນດັ່ງກ່າວແມ່ນສະເໝີຕົ້ນສະເໝີປາຍ,ຕໍ່ໄປພາຍໜ້າ ກໍ່ບໍ່ຫ່ອນຈະປ່ຽນແປງ.
|
|
|