|
 |
(GMT+08:00)
2005-12-01 22:42:32
|
 |
ລັດຖະບານຈີນເອົາໃຈໃສ່ໃນລະດັບສູງຕໍ່ເຂດພິເສດຮົງກົງພັດທະນາລະບອບການເມືອງ
cri
Author: zhangshuo
ຕາມຂ່າວCRI:ວັນທີ1ທັນວາ,ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ທີ່ປັກກິ່ງ,ທ່ານຊິນກ່າງ ໂຄ ສົກກະຊວງການຕ່າງປະເທດຈີນກ່າວວ່າ,ແຕ່ໃດມາລັດຖະບານຈີນກໍເອົາໃຈໃສ່ໃນລະດັບສູງແລະຕັ້ງໜ້າສະໜັບສະໜູນເຂດພິເສດຮົງກົງພັດທະນາລະບອບການເມືອງຂອງຮົງກົງ ຢ່າງຄ່ອຍເປັນຄ່ອຍໄປໂດຍອີງຕາມຂໍ້ກຳນົດໃນກົດໝາຍພື້ນຖານແລະສະພາບຕົວຈິງຂອງຮົງກົງ.
ຕາມຂ່າວແຈ້ງວ່າ,ວັນທີ29ພະຈິກ,ທ່ານນາງໄລສ໌ ລັດຖະມົນຕີການຕ່າງປະເທດອາເມລິກາໄດ້ພົບປະທ່ານຫຼີຈູ້ມີງ ສະມາຊິກສະພານິຕິບັນຍັດຮົງກົງສັງກັດພັກປະຊາທິປະໄຕທີ່ໄປ ຢ້ຽມຢາມອາເມລິກາ.ຫຼັງການພົບປະ,ໂຄສົກກະຊວງການຕ່າງປະເທດອາເມລິກາກ່າວວ່າ, ອາເມລິກາສະໜັບສະໜູນປະຊາທິປະໄຕແລະການເລືອກຕັ້ງທົ່ວໄປຂອງຮົງກົງ.ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ,ທ່ານຊິນກ່າງກ່າວວ່າ,ວຽກງານຮົງກົງແມ່ນວຽກພາຍໃນຂອງຈີນ,ຈີນຄັດຄ້ານປະເທດໃດໆແຊກແຊງ.ຝ່າຍຈີນເຊື່ອໝັ້ນວ່າ,ທະແນມແຕ່ບຸກ ຄົນວົງການຕ່າງໆຂອງສັງຄົມຮົງກົງເລີ່ມຈາກພາບສ່ວນໃຫຍ່ທີ່ຊຸກຍູ້ຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບເປັນເວລາຍາວນານຂອງຮົງກົງ,ສະແຫວງຫາຄວາມຮັບຮູ້ຄື ກັນ,ແລ້ວກໍຈະສາມາດຊຸກຍູ້ລະບອບການເມືອງຂອງຮົງກົງກ້າວໄປໜ້າຢ່າງໝັ້ນທ່ຽງ ໜັກແໜ້ນແລະມີລະບຽບ,ຕັ້ງໜ້າສ້າງເງື່ອນໄຂແກ່ການບັນລຸເປົ້າໝາຍເລືອກຕັ້ງຜູ້ວ່າການບໍລິ ຫານແລະສະມາຊິກທຸກຖ້ວນໜ້າຂອງສະພານິຕິບັນຍັດໂດຍກົງເຊິ່ງກຳນົດໄວ້ໃນກົດໝາຍພື້ນຖານນັ້ນໃນທີ່ສຸດ.
|
|
|