|
 |
(GMT+08:00)
2005-12-01 22:16:33
|
 |
ຝ່າຍຈີນຖືທ່າທີເປີດປະຕູຕໍ່ຂໍ້ສະເໜີທີ່ມີຜົນດີຕໍ່ການຊຸກຍູ້ຂະບວນວິວັດການເຈລະຈາຫົກຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີ
cri
ຕາມຂ່າວcri,ວັນທີ1ທັນວາໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ, ທ່ານຊີນກາງໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ທະແນມແຕ່ແມ່ນຂໍ້ສະເໜີແລະເຈດຈຳນົງທີ່ມີຜົນດີຕໍ່ການຊຸກຍູ້ຂະບວນວິວັດການເຈລະຈາຫົກຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີ,ຝ່າຍຈີນກໍ່ຈະຖືທ່າທີເປີດປະຕູ ທັງນັ້ນ.
ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ,ທ່ານຊີນກາງເວົ້າວ່າ,ຝ່າຍສ.ເກົາຫຼີໄດ້ວາງຂໍ້ສະເໜີຈຳນວນໜຶ່ງກ່ຽວກັບບັນຫາຕ່າງໆເຊັ່ນຮູບ ການກ່ຽວກັບການຈັດການເຈລະຈາຫົກຝ່າຍເປັນຕົ້ນ,ຝ່າຍຈີນຍິນດີຮັກສາການຕິດຕໍ່ພົວພັນແລະແລກປ່ຽນຫາລືຢ່າງແໜ້ນແຟ້ນກັບບັນດາຝ່າຍກ່ຽວກັບເຮັດແນວໃດຊຸກຍູ້ຂະບວນວິວັດການເຈລະຈາຫົກຝ່າຍ.
ຕາມໄດ້ຊາບ,ທ່ານຊົງມີນຊຸນ ຫົວໜ້າຄະນະຜູ້ແທນສ.ເກົາຫຼີທີ່ເຂົ້າຮ່ວມການເຈລະຈາຫົກຝ່າຍ ຮອງລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຂອງສ.ເກົາຫຼີຈະມາຢ້ຽມຢາມຈີນໃນວັນທີ2ທັນວາ,ທ່ານຊົງມິນຊຸນກັບທ່ານອູດ້າເວີຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນຈະປະເມີນສະຖານະການທີ່ກ່ຽວຂ້ອງໃນສະເພາະໜ້ານີ້,ແລະຫາລືແຜນການທີ່ກ່ຽວຂ້ອງແຫ່ງການຊຸກຍູ້ການເຈລະຈາຫົກຝ່າຍ.
|
|
|