ລັດຖະມົນຕີກະຊວງສາທາລະນະສຸກຈີນກ່າວວ່າ,ຈີນໄດ້ປະກາດສະພາບພະຍາດຢ່າງເປີດເຜີຍແລະໂປ່ງໃສ
cri
Author: zhangshuo
ຕາມຂ່າວCRI:ວັນທີ30ພະຈິກ,ຢູ່ທີ່ປັກກິ່ງ,ທ່ານກ່າວຊຽງ ລັດຖະມົນຕີກະຊວງສາທາລະນະສຸກຈີນໄດ້ກ່າວຕີໂຕ້ການແຈ້ງຂ່າວທີ່ບໍ່ສອດຄ່ອງກັບເລື່ອງຈິງທີ່ວ່າຈີນມີຄົນເປັນພະ ຍາດໄຂ້ຫວັດສັດປີກຫຼາຍກວ່າຈຳນວນທີ່ໄດ້ປະກາດ.ທ່ານກ່າວວ່າ,ຈີນໄດ້ປະກາດສະພາບພະຍາດຢ່າງເປີດເຜີຍແລະໂປ່ງໃສ.
ທ່ານກ່າວຊຽງແມ່ນໃຫ້ທັດສະນະດັ່ງກ່າວໃນເວລາຕອບຄຳຖາມຂອງນັກຂ່າວໃນງານຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວລັດຖະບານຈີນຈັດຂຶ້ນໃນວັນທີ30ພະຈິກ.
ທ່ານກ່າວຊຽງເວົ້າວ່າ,ອົງການອະນາໄມໂລກໄດ້ຕີລາຄາສູງຕໍ່ການປະກາດສະພາບພະຍາດຂອງຈີນ,ພວກເຂົາເຈົ້າກໍເຫັນວ່າ,ຈີນໄດ້ປະກາດສະພາບພະຍາດຢ່າງເປີດເຜີຍແລະໂປ່ງໃສ,ບໍ່ໄດ້ປິດບັງສະພາບພະຍາດ.
ນັບມາຮອດປະຈຸບັນນີ້,ຈີນລວມມີສາມຄົນຖືກບົ່ງມະຕິເປັນພະຍາດໄຂ້ຫວັດສັດປີກປະເພດຮ້າຍແຮງ.
|
|