|
 |
(GMT+08:00)
2005-11-29 20:39:55
|
ວົງການຕ່າງໆສັງຄົມຈີນໄດ້ປະກອບທຶນລ້ານກວ່າຢວນຮັບລ້ຽງມ້າປ່າເຊວາລາສກີ
cri
ຕາມຂ່າວສານຊິນຮວາ,ຫວ່າງມໍ່ໆນີ້,ມ້າປ່າເຊວາລາສກີໂຕໜຶ່ງທີ່ເກີດມາພຽງເດືອນກວ່າໄດ້ຖືກເດັກຈີນຜູ່ໜຶ່ງທີ່ອາຍຸບໍ່ຮອດໜຶ່ງຂວບຮັບລ້ຽງ.ນັບມາຮອດປັດຈຸບັນ,ວົງການຕ່າງໆໃນສັງຄົມຈີນໄດ້ປະກອບທຶນລ້ານກວ່າຢວນ,ຮັບລ້ຽງມ້າປ່າເຊວາລາສກີ111ໂຕ.
ການເຄື່ອນໄຫວຮັບລ້ຽງດັ່ງກ່າວແມ່ນອົງການທີ່ກ່ຽວຂ້ອງຂອງເຂດຊິນຈ່ຽງ ພາກຕາເວັນຕົກສຽງເໜືອຈີນລິເລີ່ມຂຶ້ນໃນເດືອນພຶດສະພາປີນີ້.ມ້າປ່າທີ່ຖືກຮັບລ້ຽງນັ້ນຈະຖືກນຳໃຊ້ໃນການລ້ຽງແລະແຜ່ພັນຂອງມ້າປ່າ.
ມ້າປ່າເຊວາລາສກີແມ່ນມ້າປ່າເປັນພຽງຊະນິດໜຶ່ງຊະນິດດຽວໃນໜ່ວຍໂລກປັດຈຸບັນ.ທົ່ວໂລກເຫຼືອພຽງແຕ່1ພັນກວ່າໂຕເທົ່ານັ້ນ.ຈີນໄດ້ຕັ້ງສູນຄົ້ນຄວ້າການແຜ່ພັນມ້າປ່າແຫ່ງໜຶ່ງຢູ່ເຂດຊິນຈ່ຽງ,ເພື່ອດຳເນີນການແຜ່ພັນມ້າປ່າເຊວາລາສກີ.
|
|
|