|
 |
(GMT+08:00)
2005-11-28 21:43:49
|
ຜູ່ຊ່ຽວຊານອົງການອະນາໄມໂລກເລີ່ມສຳຫຼວດສະພາບລະອຽດທີ່ແຂວງອ່ານຮຸຍຈີນມີຄົນຕາຍຍ້ອນຕິດພະຍາດໄຂ້ຫວັດສັດປີກ
cri
ຕາມຂ່າວສານຊິນຮວາ, ວັນທີ28ພະຈິກຢູ່ແຂວງອ່ານຮຸຍຈີນ,ໜ່ວຍສຳຫຼວດປະສົມຂອງກະຊວງສາທາລະນະສຸກຈີນແລະອົງການອະນາໄມໂລກເລີ່ມສຳຫຼວດສະພາບລະອຽດກ່ຽວກັບແຂວງດັ່ງກ່າວມີ2ຄົນຕາຍຍ້ອນຕິດພະຍາດໄຂ້ຫວັດສັດປີກ.
ໜ່ວຍສຳຫຼວດແມ່ນ ສຳຫຼວດຢູ່ແຂວງອ່ານຮຸຍຕາມຄຳເຊີນຂອງກະຊວງສາທາລະນະສຸກຈີນ.ເນື້ອໃນການສຳຫຼວດກວມສະພາບການຕິດພະຍາດ,ເປັນພະຍາດ,ການບົ່ງມະຕິແລະປົວພະຍາດພ້ອມດ້ວຍວຽກງານປ້ອງກັນແລະຄວບຄຸມພະຍາດເປັນຕົ້ນ.ໃນການສຳຫຼວດເປັນເວລາສາມມື້,ຜູ່ຊ່ຽວຊານທັງຫຼາຍຈະຮັບຟັງການລາຍງານຂອງພະນັກງານການແພດຂອງທ້ອງຖິ່ນແລະແລກປ່ຽນຄວາມເຫັນກັບພວກເຂົາເຈົ້າ.ເມື່ອການສຳຫຼວດສິ້ນສຸດລົງແລ້ວ,ໜ່ວຍສຳຫຼວດຈະແຈ້ງສະພາບການສຳຫຼວດຄືນໃຫ້ພາກສ່ວນສາທາລະນະສຸກເປັນຕົ້ນຂອງແຂວງອ່ານຮຸຍ.
|
|
|