ຜູ່ຕາງໜ້າຈີນແນະນຳການເຈລະຈາຫົກຝ່າຍກ່ຽວກັບບັນຫານີວເຄຼຍແຫຼມເກົາຫຼີຕໍ່ສະພາມົນຕີອົງການພະລັງງານປະລະມານູສາກົນ
cri
ຕາມຂ່າວສານຊິນຮວາ, ວັນທີ24ພະຈິກ,ທ່ານ ເອກອັກຄະລັດຖະທູດອູໄຫລົງຜູ່ຕາງໜ້າຈີນປະຈຳສຳນັກງານສະຫະປະຊາຊາດທີ່ກຸງວຽນແລະອົງການສາກົນອື່ນໆໄດ້ປະກອບຄຳຄິດຄຳເຫັນໃນກອງປະຊຸມສະພາມົນຕີອົງການພະລັງງານປະລະມານູສາກົນທີ່ຈັດຂຶ້ນຢູ່ກຸງວຽນ, ແນະນຳສະພາບການເຈລະຈາຫົກຝ່າຍກ່ຽວກັບບັນຫານີວເຄຼຍແຫຼມເກົາຫຼີໃນສະເພາະໜ້ານີ້ແລະຫຼັກໝັ້ນຂອງຝ່າຍຈີນ.
ທ່ານອູໄຫລົງກ່າວວ່າ,ການເຈລະຈາຫົກຝ່າຍຮອບສີ່ໄດ້ຮັບການຄືບໜ້າສຳຄັນທີ່ມີລັກສະນະຂັ້ນຕອນ,ໄດ້ກ້າວເຖິງຂັ້ນມີຄວາມເຫັນເປັນເອກະສັນກັນກ່ຽວກັບເປົ້າໝາຍລວມທີ່ເຮັດໃຫ້ແຫຼມເກົາຫຼີປອດນີວເຄຼຍ,ແລະໄດ້ອອກຖະແຫຼງການຮ່ວມ.ໃນກອງປະຊຸມໄລຍະທີໜຶ່ງຂອງການເຈລະຈາຫົກຝ່າຍຮອບຫ້າ,ບັນດາຝ່າຍໄດ້ຫາລືການເຮັດແນວໃດບັນລຸຖະແຫຼງການຮ່ວມ.ບັນດາຝ່າຍກ່າວລື້ມວ່າ,ຈະປະຕິບັດຖະແຫຼງການຮ່ວມຢ່າງຮອບດ້ານຕາມຫຼັກການ"ຄຳໝັ້ນສັນຍາຕໍ່ຄຳໝັ້ນສັນຍາ,ການເຄື່ອນໄຫວຕໍ່ການເຄື່ອນໄຫວ",ບັນລຸເປົ້າໝາຍທີ່ເຮັດໃຫ້ແຫຼມເກົາຫຼີປອດນີວເຄຼຍຢ່າງກວດກາໄດ້ໂດຍໄວ.
ທ່ານອູໄຫລົງກ່າວວ່າ,ໃນໄລຍະໜ້າ,ບັນດາຝ່າຍຈະປຶກສາຫາລືຕື່ມອີກກ່ຽວກັບການເຮັດແນວໃດຜັນຂະຫຍາຍບັນຫາ ທາດແທ້ຂອງຖະແຫຼງການຮ່ວມ.
|
|