
ຄຽງຄູ່ກັບຄວາມຮູ້ກ່ຽວກັບໂລກເອດສ໌ໄດ້ເຜີຍແຜ່ຢ່າງກວ້າງຂວາງແລ້ວ,ຈິດໃຈຢ້ານກົວໂຣກເອດສ໌ໃນສັງຄົມຈີນໄດ້ຜ່ອນຍານລົງຢ່າງຫຼວງຫຼາຍ,ແລະການກະທຳທີ່ດູໝິ່ນຜູ້ເປັນໂຣກເອດສ໌ກໍ່ຄ່ອຍໆໜ້ອຍລົງແລ້ວ,ຫຼາຍໆຄົນໄດ້ໃຫ້ຄວາມເອົາໃຈໃສ່ນຳຜູ້ເປັນໂຣກເອດສ໌,ແລະພະຍາຍາມຊ່ອຍເຫຼືອພວກເຂົາເຈົ້າໂດຍຜ່ານວິທີຫຼາຍຮູບຫຼາຍແບບ.ໃນລາຍການ"ມອງຕ່າງມຸມ"ມື້ນີ້,ພວກເຮົາມາພ້ອມກັນຊອກຮູ້ສະພາບທີ່ກ່ຽວຂ້ອງໃນດ້ານນີ້.
ທ່ານທາວທົງຊວຍປີນີ້ອາຍຸ43ປີ,ແມ່ນຊາວນາທຳມະດາຜູ່ໜຶ່ງຢູ່ແຂວງກຸ້ຍໂຈ່ວພາກຕາເວັນຕົກສຽງໃຕ້ຂອງຈີນ,ເມື່ອ10ປີກ່ອນ,ເພິ່ນໄດ້ຕິດເຊື້ອໂຣກເອດສ໌,3ປີກ່ອນ,ໄດ້ເກີດມີອາການເຈັບ.ຜ່ານການປິ່ນປົວ,ປະຈຸບັນ,ອາການເຈັບໄດ້ໄຄແດ່ແລ້ວ.ຫວ່າງມໍ່ໆນີ້,ໃນເວລາທ່ານທາວທົງຊວຍທີ່ຕິດໂລກເອດສ໌,ໄດ້ເຂົ້າຮ່ວມກອງປະຊຸມເວທີປາໄສມະຫາຊົນກ່ຽວກັບການປ້ອງກັນປິ່ນປົວໂຣກເອດສ໌ຢູ່ປັກກິ່ງ ໃນຖານະເປັນຜູ່ແທນຂອງຜູ້ຕິດໂຣກເອດສ໌ນັ້ນ,ນັກຂ່າວໄດ້ພົບກັບເພິ່ນ.ທ່ານທາວທົງຊວຍບອກນັກຂ່າວວ່າ,ຢູ່ບ້ານເກີດຂອງເພີ່ນ,ມີຜູ້ຕິດເຊື້ອໂຣກເອດສ໌ປະມານ2ພັນຄົນ,ພວກເຂົາເຈົ້າລ້ວນແຕ່ໄດ້ຮັບການຊ່ອຍເຫຼືອຈາກລັດຖະບານແລະສັງຄົມ.
"ພວກເຮົາໄດ້ຮັບການກວດກາຮ່າງກາຍພິດHIVໂດຍບໍ່ຕ້ອງເສຍຄ່າ,ລູກໄປຮຽນກໍ່ບໍ່ຕ້ອງເສຍຄ່າ,ການກິນຢາປິ່ນປົວກໍ່ຟຣີທັງໝົດ.ນີ້ແມ່ນສຳຄົນທີ່ສຸດສຳລັບພວກເຮົາ."
ທ່ານທາວທົງຊວຍເວົ້າວ່າ,ປະຈຸບັນອາການເຈັບຂອງເພິ່ນໄດ້ຖືກຄວບຄຸມໄວ້ຂ້ອນຂ້າງດີ,ຊີວິດການເປັນຢູ່ຂອງເພິ່ນກໍ່ບໍ່ຕ່າງຫຍັງກັບຄົນທຳມະດາ,ນີ້ແມ່ນປາສະຈາກຄວາມເອົາໃຈໃສ່ຂອງລັດຖະບານແລະສັງຄົມບໍ່ໄດ້.
ຕັ້ງແຕ່ໄດ້ພົບຜູ້ຕິດເຊື້ອໂຣກເອດສ໌ເມື່ອກາງຊຸມປີ80ສະຕະວັດທີ່ແລ້ວເປັນຕົ້ນມາ,ປະຈຸບັນ,ຢູ່ຈີນໄດ້ມີ8ແສນ4ໝື່ນຄົນຕິດເຊື້ອໂຣກເອດສ໌.ຈະຊ່ອຍເຫຼືອພວກເຂົາເຈົ້າຄວບຄຸມອາການເຈັບແນວໃດ,ເຮັດໃຫ້ພວກເຂົາເຈົ້າມີຊີວິດການເປັນຢູ່ຄືຄົນທຳມະດາແນວໃດນັ້ນ,ແມ່ນເລື່ອງທີ່ພາກສ່ວນຮັບຜິດຊອບສາທາລະນະສຸກຂອງລັດຖະບານຈີນແລະສັງຄົມເອົາໃຈໃສ່ນຳຢ່າງກວ້າງຂວາງ.
ເພື່ອຫຼຸດຄວາມຫາບແບກດ້ານເສດຖະກິດຂອງຜູ້ເປັນໂຣກເອດສ໌ໃນການປົວພະຍາດ,ລັດຖະບານຈີນໄດ້ປະຕິບັດນະໂຍບາຍໃຫ້ສິດທິພິເສດຕ່າງໆຕໍ່ພວກເຂົາເຈົ້າ,ສະໜອງຢາຕ້ານເຊື້ອແລະການປິ່ນປົວຟຣີໃຫ້ຜູ້ເປັນໂຣກເອດສ໌ທີ່ມີຄວາມຫຍຸ້ງຍາກດ້ານຊີວິດການເປັນຢູ່,ຕໍ່ຜູ້ຍິງຖືພາທີ່ຕິດເຊື້ອໂຣກເອດສ໌,ໂຮງໝໍໄດ້ໃຫ້ການປຶກສາດ້ານສຸຂະພາບ,ຊີ້ນຳກ່ອນອອກລູກແລະການບໍລິການໃນເວລາອອກລູກເປັນຕົ້ນ.ຜູ້ເປັນໂຣກເອດສ໌ທີ່ເສດຖະກິດມີຄວາມຫຍຸ້ງຍາກແລະຄົນໃນຄອບຄົວຍັງໄດ້ຮັບຄ່າຄອງຊີບອຸດໜູນທີ່ລັດຖະບານສະໜອງໃຫ້.ຕໍ່ລູກກຳພອຍທີ່ພໍ່ແມ່ຕາຍຍ້ອນໂຣກເອດສ໌,ອົງການປົກຄອງຂັ້ນຕ່າງໆແລະວົງການຕ່າງໆໃນສັງຄົມກໍ່ໄດ້ໃຫ້ຄວາມເອົາໃຈໃສ່ແລະການອຸດໜູນໃນດ້ານຊີວິດ,ການສຶກສາແລະສຸຂະພາບທາງຈິດໃຈເປັນຕົ້ນ.
ນອກຈາກການຊ່ອຍເຫຼືອຈາກລັດຖະບານແລ້ວ,ຫຼາຍໆຄົນໃນສັງຄົມໄດ້ຈັດຕັ້ງຂຶ້ນຢ່າງເປັນເຈົ້າການຊ່ອຍເຫຼືອຜູ້ເປັນໂຣກເອດສ໌.ຢູ່ເມືອງຄຸ່ນມີງເທດສະບານແຂວງຢຸນນານພາກຕາເວັນຕົກສຽງໃຕ້ຂອງຈີນ,ມີອົງການຈັດຕັ້ງໜຶ່ງເອີ້ນວ່າ"ບ້ານແສງຕາເວັນ",ກໍ່ແມ່ນອົງການຈັດຕັ້ງມະຫາຊົນທີ່ສະໜອງຄວາມເອົາໃຈໃສ່ຕໍ່ຜູ້ຕິດເຊື້ອໂຣກເອດສ໌ໂດຍຈຳເພາະ.ທ່ານຫຼີຢຸນ ພະນັກງານຂອງອົງການຈັດຕັ້ງດັ່ງກ່າວບອກນັກຂ່າວວ່າ:
"ຢູ່ແຂວງຢຸນນານ,ຜູ້ຕິດເຊື້ອໂຣກເອດສ໌80%ແມ່ນຕິດເຊື້ອໂຣກເອດສ໌ໂດຍຜ່ານການສັກຢາເສບຕິດເຂົ້າເສັ້ນເລືອດດຳ.ພວກເຂົາເຈົ້າໄດ້ຕິດໂຣກເອດສ໌ຍ້ອນເສບຢາເສບຕິດແລ້ວຫ່າງເຫີນຈາກສັງຄົມເປັນເວລາຍາວນານ,ໄດ້ເສຍຄວາມສາມາດດຳລົງຊີວິດອັນພື້ນຖານແລ້ວ.ຍ້ອນວ່າພວກເຂົາເຈົ້າເຄີຍເສບຢາເສບຕິດ,ຈິ່ງຖືກດູໝິ່ນຢ່າງຮ້າຍແຮງ.ບ້ານແສງຕາເວັນຕົ້ນຕໍໄດ້ສະໜອງສະພາບແວດລ້ອມທີ່ສະໜັບສະໜູນທາງຈິດໃຈໃຫ້ແກ່ພວກເຂົາເຈົ້າ,ສະໜອງແທ່ນແຫ່ງໜຶ່ງສຳລັບພວກເຂົາເຈົ້າກັບຄືນສູ່ສັງຄົມອີກໃໝ່."
ຕັ້ງແຕ່ເລີ່ມຈັດການເຄື່ອນໄຫວເອົາໃຈໃສ່ນຳຜູ້ຕິດເຊື້ອໂຣກເອດສ໌ເມື່ອປີ2003ເປັນຕົ້ນມາ,"ບ້ານແສງຕາເວັນ"ໄດ້ສະໜອງການອົບຮົມດ້ານການບົວລະບັດໃນຄອບຄົວເຈັບໃນຄອບຄົວໃຫ້ແກ່ຜູ້ຕິດໂລກເອສ໌270ຄົນແລະ115ຄອບຄົວແລ້ວ.ໃນຄອບຄົວຂອງຜູ້ຕິດໂຣກເອດສ໌,ເດັກນ້ອຍໄດ້ກາຍເປັນລູກກຳພ້າກຳພອຍ ບາງຄົນຍ້ອນພໍ່ແມ່ໄດ້ຕິດເຊື້ອໂຣກເອດສ໌ແລະຕາຍໄປຕາມໆກັນ,ບາງຄົນກໍ່ໄດ້vຕິດເຊື້ອໂລກເອດສ໌ເອງ.ເດັກນ້ອຍເຫົ່ຼານີ້ບໍ່ພຽງແຕ່ມີຄວາມຫຍຸ້ງຍາກໃນດ້ານດຳລົງຊີວິດແລະຮັບການສຶກສາເທົ່ານັ້ນ,ໃນດ້ານຈິດໃຈກໍ່ນ້ອຍໃຈທີ່ສຸດ.ປະຈຸບັນ,ພວກເຂົາເຈົ້າກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກສັງຄົມນັບມື້ນັບຫຼາຍຂຶ້ນ.
ຜູ້ຕິດໂຣກເອດສ໌ຫຼາຍໆຄົນກໍ່ໄດ້ຈັດຕັ້ງເຂົ້າຮ່ວມຢ່າງເປັນເຈົ້າການ,ຕໍ່ສູ້ກັບ ໂຣກເອດສ໌ຢ່າງຕັ້ງໜ້າ.ທ້າວຫຼີສຽງປີນີ້ອາຍຸ29ປີ,ແມ່ນຜູ້ຕິດໂຣກເອດສ໌ຜູ່ໜຶ່ງ,3ປີກ່ອນ,ເພິ່ນກັບເພື່ອນຕິດໂຣກເອດສ໌ຫຼາຍຄົນໄດ້ສ້າງຕັ້ງອົງການຈັດຕັ້ງໜຶ່ງທີ່ຊື່ວ່າ"ປ່າໄມ້ແດງ".ຕັ້ງແຕ່ສ້າງຕັ້ງຂຶ້ນເປັນເວລາ3ປີມານີ້,ໄດ້ເຮັດວຽກງານບໍ່ໜ້ອຍໃນດ້ານເຜີຍແຜ່ຄວາມຮູ້ກ່ຽວກັບໂຣກເອດສ໌ແລະຫຼຸດການດູໜິ່ນໃນສັງຄົມຕໍ່ຜູ້ຕິດໂຣກເອດສ໌ໃຫ້ໜ້ອຍລົງ.ທ້າວຫຼີສຽງບອກນັກຂ່າວວ່າ:
"ພວກເຮົາໃຊ້ວີທີຕ່າງໆຊຸກຍູ້ໃຫ້ຜູ້ຕິດໂຣກເອດສ໌ເຂົ້າຮ່ວມແລະຊ່ອຍເຫຼືອຕົນເອງຕົວຢ່າງຄື,ສ້າງຊ່ອງທາງຂໍ້ມູນຂ່າວສານ,ຕັ້ງໂທລະສັບສາຍດ່ວນ,ກໍ່ສ້າງເວັບໄຊແລະວາລະສານເປັນຕົ້ນ,ຍັງໄດ້ຈັດການອົບຮົມຄວາມສາມາດຊ່ອຍຕົນເອງ,ຈັດຊຸດອົບຮົມຫຼາຍຢ່າງຫຼາຍແນວເປັນຕົ້ນ.ນອກນີ້,ພວກເຮົາຍັງໄດ້ຮຽບຮຽງພິມຈຳໜ່າຍປື້ມທີ່ຜູ້ເປັນໂຣກເອດສ໌ຂຽນເອງ,ຈັດງານວາງສະແດງຮູບພາບທີ່ພວກເຮົາຖ່າຍເອງ,ພ້ອມທັງຖ່າຍທຳຟິມເອກະສານທາງໂທລະພາບຈຳນວນໜຶ່ງ,ເຂົ້າຮ່ວມໃນວຽກງານເຜີຍແຜ່ຄວາມຮູ້ກ່ຽວກັບໂຣກເອດສ໌ແລະຫຼຸດການດູໝິ່ນຕໍ່ຜູ້ຕິດໂຣກເອດສ໌ໃຫ້ໜ້ອຍລົງ."
ປະຈຸບັນ,ໜ່ວຍງານຜູ້ຕິດໂຣກເອດສ໌ຄືອົງການຈັດຕັ້ງ"ປ່າໄມ້ແດງ",ຢູ່ຈີນໄດ້ມີ40ກວ່າໜ່ວຍແລ້ວ.ພວກເຂົາເຈົ້າໃຫ້ກຳລັງໃຈເຊິ່ງກັນແລະກັນ,ຕອບແທນສັງຄົມ,ໃຫ້ຄົນຫຼາຍກວ່າເກົ່າຮູ້ຈັກແລະເຂົ້າໃຈໂຣກເອດສ໌ຢ່າງຖືກຕ້ອງ,ທຳຄວາມພະຍາຍາມເພື່ອມະນຸດເອົາຊະນະໂຣກເອດສ໌ໃນທີ່ສຸດ.
|