ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-19 21:38:21    
ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ອາ​ເປັກ​ຜ່ານ​ຮັບຮອງຂໍ້​ລິ​ເລີ່​ມກ່ຽວ​ກັບ​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້ຫວັດ​ໃຫຍ່​ລະບາດ

cri Author: da
ຕາມ​ຂ່າວCRI: ວັນ​ທີ 19 ພະຈິກ ຢູ່​ປູຊານສ.​ເກົາຫຼີ ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ອາ​ເປັກ​ຄັ້ງທີ 13 ​ໄດ້ຜ່ານ​ຮັບຮອງ"ຂໍ້​ລິ​ເລີ່​ມປ້ອງ​ກັນ​​ຄວບ​ຄຸມ​ໄຂ້ຫວັດ​ໃຫຍ່​ລະບາດຢ່າງ​ຂະໜາດ​ໃຫຍ່".

ຂໍ້​ລິ​ເລີ່​ມຂຽນ​ວ່າ,ສະມາ​ຊິກ​ອົງການ​ອາ​ເປັກ​ຈະທຳ​ຄວາມ​ພະຍາຍາມ​ແຕ່​ຝ່າຍ​ດຽວ​ຫຼື​ເປັນ​ໝູ່​ກັນ ບົນ​ພື້ນຖານ​ຮ່ວມ​ມື​ກັນ​ດ້ານ​ສາທາ​ລະນະ​ສຸກ​ແລະກຽມ​ຕ້ານໄພ,​ໃຊ້​ການ​ເຄື່ອນ​ໄຫວ​ດ່ວນ ສະກັດ​ກັ້ນພະ​ຍາດ​ໄຂ້ຫວັດ​ສັດ​ປີກ​ຈາກ​ກົກ​ຮາກ ​ແລະ​ປ້ອງ​ກັນ​​ໄຂ້ຫວັດ​ໃຫຍ່ແຜ່​ລະບາດ​​ໃນມວນ​ມະນຸດ ບົນ​ພື້ນຖານ​ທີ່ສອດ​ຄ່ອງ​ກັບ​ກົດໝາຍ​ລະຫວ່າງ​ຊາດ​ແລະ​ກົດໝາຍ​ຂອງ​ບັນດາ​ສະມາຊິກ​ເອງ.

ຂໍ້​ລິ​ເລີ່​ມຂຽນ​ວ່າ,​ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ​ຫວັດ​ໃຫຍ່​ແຜ່​ລະບາດ​ຢ່າງ​ຂະໜາດ​ໃຫຍ່,ສະມາ​ຊິກ​ອົງການ​ອາ​ເປັກ​ຈະ​​ໃຊ້​ການ​ເຄື່ອນ​ໄຫວ​ຕ່າງໆ​ແຕ່ຝ່າຍ​ດຽວເຊັ່ນ ປ້ອງ​ກັນ​ພະຍາດ ​ເພີ່ມ​ທະວີ​ການ​ແຈ້ງ​ສະພາບ​ພະຍາດ​ໃຫ້​ກັນຊາບ​​ ​ເພີ່ມ​ຄວາມ​ສາມາດ​ຮັບ​ມື​ດ່ວນ​ແລະ​ຄົ້ນຄວ້າ​ຜະລິດ​ຢຸກຢາ. ຂໍ້​ລິ​ເລີ່​ມຍັງ​ຮຽກຮ້ອງ​ບັນດາ​ສະມາຊິກ​ພ້ອມ​ກັນ​ໃຊ້​ມາດ​ຕະການ,​ເພື່ອ​ເພີ່ມ​ທະວີ​ການ​ແຈ້ງ​ຄວາມ​ສ່ຽງ​ແລະ​ແລກ​ປ່ຽນຂໍ້​ມູນ​ຂ່າວສານ ​ເພີ່ມ​ທະວີ​ການ​ປະສານ​ງານ​ໃນ​ການປ້ອງ​ກັນ​ແລະ​ຄວບ​ຄຸມໄຂ້​ຫວັດ​ສັດ​ປີກ ​ແລະ​ຄວາມ​ສາມາດ​ຮັບ​ມື​ໄວ​ໃນ​ພາກ​ພື້ນ​ເປັນຕົ້ນ.