ຕາມຂ່າວCRI,ວັນທີ17ພະຈິກກະຊວງກະສິກຳຈີນໄດ້ປະກາດແຜນການສຸກເສີນເພື່ອ ຮັບມືກັບພະຍາດໄຂ້ຫວັດສັດປີກປະເພດຮ້າຍແຮງທີ່ອາດຈະລະບາດລະຫວ່າງຄົນ,ຮັບປະກັນຄວາມປອດໄພດ້ານສຸຂະພາບຂອງມວນຊົນ.
ແຜນການສຸກເສີນກຳນົດວ່າ,ໃນເລລາເກີດພະຍາດໄຂ້ຫວັດສັດປີກປະເພດຮ້າຍແຮງ ຢູ່ໃນຝູງຄົນນັ້ນ,ພາກສ່ວນບໍລິຫານຄຸ້ມຄອງສັດຕະວະແພດຂອງອົງການປົກຄອງທຸກ ຂັ້ນຕ້ອງຊ່ອຍເຫຼືອພາກສ່ວນສາທາລະນະສຸກກວດຫາແຫຼ່ງເກີດພະຍາດ,ປ້ອງກັນບໍ່ ໃຫ້ພະຍາດແຜ່ລະບາດ.ແຜນການສຸກເສີນຍັງຮຽກຮ້ອງໃຫ້ບ່ອນທີ່ຍັງບໍ່ທັນເກີດພະ ຍາດໄຂ້ຫວັດສັດປີກປະເພດຮ້າຍແຮງ,ຕ້ອງຈັດຕັ້ງວຽກງານກະກຽມຕ້ານສະພາບສຸກ ເສີນໃນດ້ານກຳລັງຄົນແລະວັດສະດຸເປັນຕົ້ນ,ໃຊ້ມາດຕະການປ້ອງກັນອັນຈຳເປັນ, ປ້ອງກັນບໍ່ໃຫ້ເກີດພະຍາດໄຂ້ຫວັດສັດປີກ.
|