ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-16 10:53:11    
ຈີນ​ຈະ​ລົງ​ທຶນ1,1ຕື້​ໂດ​ລາ​ເພື່ອ​ປະຕິບັດ​ໂຄງການ​ອະນຸລັກ​ດິນ​ທາມ

cri

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້, ທ່ານ​ຈ້າວ​ສວຍ​ມິ​ງ ຮົງ​ຫົວໜ້າ​ກົມ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ປັດຈຸບັນ, ກົດ​ຂໍ້​ກຳນົດ​ອະນຸ​ລັກ​ດິນ​ທາມ​ໄດ້​ຈັດ​ເຂົ້າ​​ໃນແຜນການ​ນິຕິບັນຍັດ​ຂອງ​ຈີນ, ​​ຈີນ​ຈະ​ລົງທຶນ 1,1ຕື້​ໂດ​ລາ​ສະຫະລັດເພື່ອປະຕິບັດ​​ໂຄງການ​ອະນຸລັກ​ດິນ​ທາມ​ໃນ 6 ປີ​ຂ້າງ​ໜ້າ.

ທ່ານ​ຈ້າວ​ສວຍ​ມິ​ງ​ເວົ້າ​ວ່າ, ຈີນ​ໄດ້​ສ້າງ​ລະບົບ​ເຄື​ຍຄ່າຍທີ່​ເອົາ​ເຂດ​ສະ​ຫງວນທຳ​ມະ​ຊາດ​ເປັນ​ວິທີ​ອະນຸລັກ​ຕົ້ນ​ຕໍ​ຂຶ້ນ​ໃນ​ເບື້ອງ​ຕົ້ນ, ມີ​ດິນ​ທາມ​ທຳ​ມະ​ຊາດປະມານ 40%​ໄດ້​ຈັດ​ເຂົ້າ​ໃນ​ເຂດ​ສະຫງວນ​ທຳ​ມະ​ຊາດ​ແລະ​ໄດ້​ຮັບ​ປົກ​ປັກ​ຮັກສາ​ຂ້ອງ​ຂ້ານດີ. ປັດຈຸບັນ, ການ​ອະນຸລັກ​ດິນ​ທາມ​ພວມ​ຈັດ​ເຂົ້າ​ໃນ​ວົງ​ຈອນ​ການ​ກໍ່ສ້າງ​ກົດໝາຍ​ເທື່ອ​ລະ​ກ້າວ.

ນອກ​ນີ້, ຈີນ​ຍັງ​ຕົກລົງ​ລົງທຶນ​ກ້ອນ​ໃຫຍ່, ​​ເພີ່ມ​ທະວີ​ວຽກ​ງານ​ອະ​ນຸລັກ​ດິນ​ທາມ​ເຂດ​ຍອດ​ແມ່​ນ້ຳ​ສາມ​ສາຍ​ເຊິ່ງມີ​ຄວາມ​ສຳຄັນ​ທີ່​ສຸດ​ຕໍ່​ການ​ປ່ຽນ​ແປງ​ຂອງ​ດິຟ້ອາກາດ​ທົ່ວ​ໂລກ.