ປະຈຸບັນນີ້,ພະຍາດໄຂ້ຫວັດສັດປີກ9ລາຍທີ່ເກີດຂຶ້ນຢູ່ຈີນໄດ້ຮັບການຄວບຄຸມໃນຂັ້ນພື້ນຖານແລ້ວ
cri
Author: zhangshuo
ຕາມຂ່າວສານຊິນຮວາ:ວັນທີ15ພະຈິກ,ຢູ່ທີ່ປັກກິ່ງ,ທ່ານເຈຍໂຢ້ລີງ ສັດຕະວະແພດຜູ້ທຳອິດແຫ່ງຊາດຈີນເວົ້າວ່າ,ປະຈຸບັນນີ້,ພະຍາດໄຂ້ຫວັດສັດປີກ9ລາຍທີ່ເກີດຂຶ້ນຢູ່ຈີນແຕ່ເຂົ້າລະດູໃບໄມ້ຫຼົ່ນປີນີ້ເປັນຕົ້ນມາໄດ້ຖືກຄວບຄຸມໃນຂັ້ນພື້ນຖານແລ້ວ.
ໃນເວລາຕອບຄຳຖາມເທິງເວັບໄຊ້ແຫ່ງໜຶ່ງ,ທ່ານເຈຍໂຢ້ລີງເວົ້າວ່າ,ໃຕ້ຄວາມພະຍາ ຍາມຂອງອົງການປົກຄອງທ້ອງຖິ່ນແລະພາກສ່ວນສັດຕະວະແພດທຸກຂັ້ນ,ປະຈຸບັນນີ້,ພະ ຍາດໄຂ້ຫວັດສັດປີກຢູ່ແຫ່ງຕ່າງໆຂອງຈີນໄດ້ຮັບການຄວບຄຸມໃນຂັ້ນພື້ນຖານແລ້ວ,ແຕ່ສັງເກດຈາກສະພາບປະຈຸບັນແລ້ວເຫັນວ່າ,ໃນຕໍ່ໄປພາຍໜ້າ,ພະຍາດຍັງອາດຈະເກີດຂຶ້ນຢູ່ບາງຈຸໃນເວລາອັນແນ່ນອນ.
ວັນທີ15ພະຈິກ,ອົງການປົກຄອງເມືອງທ່ຽນຊາງແຂວງອ່ານຮຸ່ຍຂອງຈີນໄດ້ປະກາດຍົກເລີກການກັກກັນພະຍາດໄຂ້ຫວັດສັດປີກ.ໃນຂະນະດຽວກັນນີ້,ນະຄອນປັກກິ່ງ ແຂວງຫູເປ ເຂດກົງໂກໃນ ແຂວງຊານຕົງແລະເມືອງເຊິງຕູ່ເປັນຕົ້ນສືບຕໍ່ໃຊ້ມາດຕະການຢ່າງເຄັ່ງຂັດ,ປ້ອງກັນຢ່າງເຄັ່ງຂັດບໍ່ໃຫ້ພະຍາດໄຂ້ຫວັດສັດປີກປະເພດຮ້າຍແຮງແຜ່ລະບາດໄປສູ່ຄົນ.
|
|