
ບ້ານດາສີ່ຕັ້ງຢູ່ແຄມທະເທຊາຍທາເຄີລາມາການຂອງເຂດຊິນຈ່ຽງ,ໃນພາສາເວີຍອູເອີ,ດາສີ່ມີໝາຍຄວາມວ່າ"ທະເລເກືອ".ໃນປະຫວັດສາດ,ບ້ານທີ່ຕັ້ງຢູ່ເມືອງເວີ້ຍລີ້ພາກໃຕ້ເຂດຊິນຈ່ຽງແຫ່ງນີ້ແມ່ນບ້ານທຸກຍາກທີ່ມີຊື່ສຽງ.ປະຈຸບັນ,ຢູ່ບ້ານດັ່ງກ່າວນີ້,ຄອບຄົວຊາວບ້ານ20%ຂຶ້ນໄປມີລົດເກ໋ງ,ມີຊາວບ້ານກວ່າເຄິ່ງໜຶ່ງມີໂທລະສັບມືຖື.
ເດີນທາງຈາກຄົວເລີ້ຕົວເມືອງພາກໃຕ້ເຂດຊິນຈ່ຽງ,ຂີ່ລົດປະມານຊົ່ວໂມງເຄິ່ງ,ກໍ່ໄປຮອດບ້ານດາສີ່.
20ກວ່າປີກ່ອນ,ບ້ານດາສີ່ແມ່ນບ້ານໜຶ່ງທີ່ອາໄສອາຫານສົງເຄາະໃນການລ້ຽງຊີບ.ໃນເວລານັ້ນ,ຊາວເຜົ່າເວີຍອູເອີທີ່ກວມຍອດຈຳນວນປະຊາກອນໃນບ້ານ80%ຂຶ້ນໄປ,ສ່ວນຫຼາຍຖືການລ້ຽງສັດ ປູກຕົ້ນໄມ້ກິນໝາກເປັນອາຊີບ,ສ່ວນຊາວເຜົ່າຫ້ານລ້ຽງຊີບດ້ວຍການປູກຜັກແລະປູກຝ້າຍ.ຍ້ອນວ່າບ່ອນໃດກໍ່ແມ່ນດິນທາດດັ່ງ,ເງື່ອນໄຂທຳມະສາດຂີ້ຮ້າຍຫຼາຍ,ພວກເຂົາເຈົ້າເຮັດວຽກໝົດປີຢ່າງລຳບາກ,ພັດກິນບໍ່ອີ່ມ,ຊີວິດການເປັນຢູ່ຫຍຸ້ງຍາກຫຼາຍ.ຊາວບ້ານທັງຫຼາຍບອກນັກຂ່າວວ່າ,ການປ່ຽນແປງຂອງບ້ານດາສີ່ແມ່ນຍ້ອນທ່ານຊາອູເອີ·ມັງຣິກ ພະນັກງານເຜົ່າເວີຍອູເອີ.
ທ່ານຊາອູເອີ·ມັງຣິກປີນີ້ອາຍຸ60ປີ, ເຄີຍເປັນພໍ່ຄ້າ,ເປັນຜູ້ຮູ້ກວ້າງເຫັນຫຼາຍ.20ກວ່າປີກ່ອນ,ທ່ານຊາອູເອີ·ມັງຣິກຖືກເລືອກຕັ້ງເປັນນາຍບ້ານດາສີ່.ຫຼັງຈາກໄດ້ສຳຫຼວດຄົ້ນຄວ້າຢ່າງລະອຽດແລ້ວ,ທ່ານຊາອູເອີໄດ້ສະຫຼຸບວ່າ,ເງື່ອນໄຂທຳມະຊາດຂີ້ຮ້າຍບໍ່ແມ່ນສາເຫດຕົ້ນຕໍທີ່ເຮັດໃຫ້ບ້ານດາສີ່ທຸກຍາກ.
ໃນເວລານັ້ນ,ໃນບ້ານມີ920ຄົນ.ຊາວບ້ານລ້ວນແຕ່ມີແນວຄິດເກົ່າຫຼາຍ,ເຮັດຫຍັງກໍ່ໃຊ້ວິທີເກົ່າ,ປະສິດທິພາບວຽກງານກໍ່ຕ່ຳ.ການເຮັດໄຮ່ກໍ່ບໍ່ມີເຕັກນິກກ້າວໜ້າ,ແນ່ນອນແລ້ວ,ຜົນຜະລິດກໍ່ຕ່ຳຫຫຼາຍ.
ທ່ານຊາອູເອີໄດ້ຕັດສິນໃຈຢ່າງລັບໆວ່າ,ຕ້ອງປ່ຽນແປງແນວຄິດຂອງຊາວບ້ານກ່ອນ,ທ່ານເລີ່ມເລືອກຊາວໜຸ່ມທີ່ມີແນວຄິດເຂົ້າເຮັດວຽກໃນຄະນະກຳມະການບ້ານ,ຈ້າງນັກວິຊາການມາສອນຄວາມຮູ້ກ່ຽວກັບການປູກຝັງໃຫ້ຊາວກະສິກອນ,ແລະລົງເລິກໄປຮອດຫົວໄຮ່ປາຍນາ,ຊີ້ນຳເຕັກນິກໃຫ້ແກ່ຊາວບ້ານ.ພ້ອມກັນນັ້ນ,ທ່ານສະເໜີໃຫ້ຄົນທັງຫຼາຍຮ່ຳຮຽນ,ແລະຊ່ອຍເຫືຼອເຊິ່ງກັນແລະກັນ.ວິທີດັ່ງກ່າວໄດ້ສ້າງການປ່ຽນແປງໂດຍກົງເຊິ່ງກໍ່ຄື,ຄົນເຜົ່າຫ້ານໃນບ້ານໄດ້ກາຍເປັນຄົນເກັ່ງໃນການລ້ຽງສັດແລະປູກຕົ້ນໄມ້ກິນໝາກ,ສ່ວນມວນຊົນເຜົ່າເວີຍອູເອີໄດ້ກາຍເປັນຄົນເກັ່ງໃນການປູກຜັກແລະປູກຝ້າຍ.ນອນນີ້,ທ່ານຊາອູເອີ·ມັງຣິກຍັງໄດ້ຈັດຊຸດອົບຮົມໃນບ້ານ.
ໃນບ້ານໄດ້ຈັດຊຸດອົບຮົມລົບລ້າງຄວາມບໍ່ຮູ້ໜັງສື.ໃນຍາມຫວ່າງວຽກໄຮ່ການນາໃນລະດູໜາວ,ກໍ່ອົບຮົມຊາວນາ,ໃຫ້ຄົນທັງຫຼາຍຮູ້ຈັກເລື່ອງລາວນ້ອຍໃຫຍ່ພາຍໃນປະເທດແລະຕ່າງປະເທດ,ໂດຍສະເພາະແມ່ນຂໍ້ມູນຂ່າວສານດ້ານເຕັກນິກວິທະຍາສາດກະສິກຳ.ປີ1997,ໃນບ້ານຂອງພວກຂ້າພະເຈົ້າ,ກໍ່ບໍ່ມີຜູ່ກືກໜັງສືຈັກຄົນແລ້ວ.
ເມື່ອຮູ້ຈັກໂລກພາຍນອກຫຼາຍແລ້ວ,ຄວາມຮ້ດ້ານູເຕັກນິກວິທະຍາສາດກໍ່ຫຼາຍຂຶ້ນແລ້ວ,ຊາວໜຸ່ມສ່ວນໜຶ່ງທີ່ມີຄວາມໃນບ້ານດາສີ່ກໍ່ຄ່ອຍໆຮູ້ສຶກວ່າ,ຫາກອາໄສແຕ່ການເຮັດໄຮ່ເຮັດນາແລະລ້ຽງສັດກໍ່ຈະບໍ່ມີຊີວິດການເປັນຢູ່ທີ່ດີໄດ້.ພວກເຂົ້າເຈົ້າໄດ້ໄປຊອກຮູ້ຂໍ້ມູນຂ່າວສານໃນຕະຫຼາດຢູ່ແຫ່ງຕ່າງໆຂອງເຂດຊິນຈ່ຽງ,ສ້າງໂຮງງານຜະລິດແປ້ງໝີ່,ໂຮງງານຜະລິດດິນຈີ່,ຟາມລ້ຽງສັດ,ຕະຫຼາດນັດຜະລິດຕະພັນກະສິກຳ,ແຫຼ່ງປູກຜັກໃນຫ້ອງອຸ່ນເປັນຕົ້ນ,ໂຮງງານເຫຼົ່ານີ້ທີ່ສ້າງຂຶ້ນດ້ວຍຊັບພະຍາກອນທ້ອງຖິ່ນ,ຍ້ອນລົງທຶນໜ້ອຍ,ຄວາມຕ້ອງການໃນຕະຫຼາດຫຼາຍ,ຈິ່ງຮຸ່ງເຮືອງຂຶ້ນຢ່າງວ່ອງໄວ.
ທ່ານໂມຮາເມັດ·ຊາອູເອີປີນີ້ອາຍຸ34ປີ,ແມ່ນຄົນເກັ່ງໃນການສ້າງຮັ່ງຄູນມີໃນບ້ານດາສີ່.ທ່ານເວົ້າວ່າ,ຫຼັງຈາກໄດ້ເຂົ້າຮ່ວມການອົບຮົມເຕັກນິກຈຳນວນໜຶ່ງໃນບ້ານແລ້ວ,ຜົນຜະລິດຝ້າຍຂອງຄອບຄົວເພິ່ນໄດ້ຍົກສູງຂຶ້ນ,ໄດ້ມີລາຍໄດ້ເພີ່ມຂຶ້ນຫຼາຍ.ແຕ່ນັ້ນມາ,ປີໃດ,ເພິ່ນກໍ່ຊື້ໜັງສືຈຳນວນໜຶ່ງກ່ຽວກັບດ້ານການປູກຝັງຕາມຫຼັກວິທະຍາສາດແລະການລ້ຽງສັດຕາມຫຼັກວິທະຍາສາດ,ມາຄົ້ນຄວ້າຮ່ຳຮຽນຢ່າງລະອຽດ.ປະຈຸບັນ,ໂດຍນຳໃຊ້ຂໍ້ມູນເຕັກນິກທີ່ຮຽນຈາກອິນເຕີເນັດ,ແລະພາຍໃຕ້ການຊ່ອຍເຫຼືອຂອງນັກວິຊາການກະສິກຳ,ທ່ານໂມຮາເມັດບໍ່ພຽງແຕ່ປູກຝ້າຍເທົ່ານັ້ນ,ຍັງໄດ້ຮັບເໝົາທີ່ດິນຈຳນວນໜຶ່ງມາປູກຕົ້ນໝາກຈອງ,ແລະໄດ້ລົງທຶນສ້າງຟາມລ້ຽງສັດທີ່ມີມາດຖານສູງ,ເພື່ອເປີດກວ້າງຂະໜາດການລ້ຽງສັດ.
ທ່ານໂມຮາເມັດຍັງສອນຄວາມຮູ້ແລະເຕັກນິກທີ່ຕົນຮຽນມານັ້ນໃຫ້ເພື່ອນບ້ານໃກ້ຄຽງ,ໃຕ້ການລີເລີ່ມຂອງເພິ່ນ,ຊາວບ້ານທີ່ມີລະດັບການສຶກສາແຕ່ຊັ້ນມັດທະຍົມຕົ້ນລ້ວນແຕ່ໄດ້ເຂົ້າຮ່ວມການອົບຮົມວິທະຍາສາດເຕັກນີກໃນລະດູໜາວທຸກໆປີ.ເນື່ອງຈາກບໍ່ພຽງແຕ່ຕົນເອງໄດ້ມີຊີວີດການເປັນຢູ່ທີ່ດີເທົ່ານັ້ນ,ຍັງໄດ້ນຳພາຊາວບ້ານສ້າງຮັ່ງຄູນມີອີກ,ເມື່ອສອງປີກ່ອນ,ທ່ານໂມຮາເມັດໄດ້ຮັບລາງວັນສູງສຸດຂອງຊາວໜຸ່ມຈີນ,ຄືລາງວັນຊາວໜຸ່ມ4ພຶດສະພາ,ໄດ້ເຂົ້າພົບຜູ້ນຳ ຈີນ.ເມື່ອເວົ້າເຖິງສະພາບຢູ່ປັກກິ່ງໃນເວລານັ້ນ,ທ່ານໂມຮາເມັດຍັງຕື້ນເຕັ້ມທີ່ສຸດ:
"ຕອນບ່າຍມື້ນັ້ນ,ທ່ານເລຂາທິການໃຫຍ່ຫູຈີນທາວໄດ້ມາຢືນຢູ່ຕໍ່ໜ້າຂອງພວກຂ້າພະເຈົ້າ,ຈັບມືຂ້າພະເຈົ້າຖາມວ່າ,'ເຈົ້າແມ່ນສະຫາຍເຜົ່າສ່ວນໜ້ອຍທີ່ມາຈາກເຂດຊິນຈ່ຽງບໍ່?'ຂ້າພະເຈົ້າຕອບວ່າ:'ເຈົ້າ,ຂ້າພະເຈົ້າມາຈາມບ້ານດາສີ່ເມືອງເວີຍລີເຂດຍ້ອຍປາໂຈ່ວຂອງເຂດຊິນຈ່ຽງ.'ທ່ານເລຂາທິການໃຫຍ່ເວົ້າອີກວ່າ:'ເຈົ້າແມ່ນພະນັກງານທີ່ມາຈາກຂັ້ນຮາກຖານ,ຕ້ອງນຳພາປະຊາຊົນເຮັດວຽກໃຫ້ດີ,ຍັງຕ້ອງຮ່ຳຮຽນເລື້ອຍໆ.'ຂ້າພະເຈົ້າຕອບອີກວ່າ:'ຂ້າພະເຈົ້າຟັງຄວາມທ່ານ, ຫຼັງຈາກກັບເມືອແລ້ວຈະຮ່ຳຮຽນເລື້ອຍໆ,ແລະນຳພາຄົນທັງຫຼາຍເຮັດວຽກໃຫ້ດີຢ່າງແນ່ນອນ.'
ປະຈຸບັນ,ໃນ310ຄອບຄົວຂອງບ້ານດາສີ່,ມີປະມານ70ຄອບຄົວມີລົດເກ໋ງ,ສ່ວນລົດຈັກ,ຄອບຄົວໃດກໍ່ມີ,ຊາວບ້ານກວ່າເຄິ່ງໜຶ່ງມີໂທລະສັບມືຖື,ເມື່ອຕິດຕໍ່ກັບໂລກພາຍນອກສະດວກຫຼາຍແລ້ວ.ປີກາຍນີ້,ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີຂອງຊາວບ້ານດາສີ່ໄດ້ຫຼາຍກວ່າ6300ຢວນ,ກາຍເປັນບ້ານຮັ່ງມີກວ່າໝູ່ຂອງເຂດພາກໃຕ້ຊິນຈ່ຽງ.
|