|
 |
(GMT+08:00)
2005-11-05 17:56:04
|
 |
ແຂວງຢຸນນານໃຊ້ຫຼາຍມາດຕະການປ້ອງກັນພະຍາດໄຂ້ຫວັດສັດປີກຢ່າງເຄັ່ງຄັດ
cri
Author: da
ຕາມຂ່າວສານຊິນຮວາ: ປະຈຸບັນ ແຂວງຢຸນນານທາງພາກຕາເວັນຕົກສຽງໃຕ້ຂອງຈີນພວມຈັດການເຄື່ອນໄຫວຢ່າງຕັ້ງໜ້າ,ເພີ່ມທະວີການຊັກວັກແຊງໃຫ້ສັດປີກຢູ່ບ່ອນລ້ຽງທີ່ສຳຄັນໃນທົ່ວແຂວງ,ພ້ອມກັນນັ້ນ ຍັງໄດ້ເພີ່ມທະວີການປ້ອງກັນຄວບຄຸມເຂດຊາຍແດນ,ປ້ອງກັນບໍ່ໃຫ້ພະຍາດໄຂ້ຫວັດສັດປີກແຜ່ລະບາດເຂົ້າມາ.
ຕາມແນະນຳວ່າ,ຫວ່າງມໍ່ໆນີ້ ພະແນກປ່າໄມ້ແຂວງຢຸນນານຮຽກຮ້ອງໃຫ້ສະຖານທີ່ຕິດຕາມກວດກາແຫຼ່ງເກີດພະຍາດຕິດແປດສັດປ່າຊະນິດຕ່າງໆຂອງທົ່ວແຂວງ ແຈ້ງສະພາບຕິດຕາມກວດກາສະພາບພະຍາດໃຫ້ຂັ້ນເທິງຊາບທຸກມື້,ແລະເພີ່ມທະວີການຕິດຕາມຄວບຄຸມເຂດນົກຍ້າຍແກ່ວທີ່ສຳຄັນ.
ພາກສ່ວນກວດກາພະຍາດຢູ່ດ່ານຊາຍແດນຕ່າງໆຂອງແຂວງຢຸນນານ ຍັງໄດ້ເພີ່ມທະວີການຕິດຕໍ່ພົວພັນກັບພາກສ່ວນກວດກາພະຍາດຂອງຫວຽດນາມ,ເກັບກຳຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບພະຍາດໄຂ້ຫວັດສັດປີກຂອງຫວຽດນາມ,ພ້ອມກັນນັ້ນ ຍັງເພີ່ມທະວີວຽກງານກວດກາດັບເຊື້ອໃຫ້ພາຫະນະຂົນສົ່ງສິນຄ້າແລະຄົມມະນາຄົມທີ່ໄປມາລະຫວ່າງປະເທດທີ່ມີພະຍາດໄຂ້ຫວັດສັດປີກຄືຫວຽດນາມເປັນຕົ້ນ.
|
|
|