ທົ່ງຫຍ້າທີ່ຮົກເຮື້ອ2ລ້ານ6ແສນກວ່າເຮັກຕາຂອງເຂດຊິນຈ່ຽງຈີນໄດ້ຮັບການອະນຸລັກຢ່າງບັງເກີດຜົນ
cri
ຕາມຂ່າວສານຊິນຮວາ,ວັນທີ2ພະຈິກ,ນັກຂ່າວໄດ້ຊາບຈາກອົງການປົກຄອງເຂດຊິນຈ່ຽງເຜົ່າອຸຍເກີປົກຄອງຕົນເອງຂອງຈີນວ່າ,ແຕ່ເຂດຊິນຈ່ຽງປະຕິບັດກິດຈະການເຊົາລ້ຽງສັດ ຟື້ນຟູທົ່ງຫຍ້າຄືນໃໝ່ເປັນເວລາປີກວ່າມານີ້,ໄດ້ມີການຄືບໜ້າທີ່ມີລັກສະນະທາດແທ້,ປັດຈຸບັນ,ທົ່ງຫຍ້າທີ່ຮົກເຮື້ອ2ລ້ານ6ແສນກວ່າເຮັກຕາໄດ້ຮັບການອະນຸລັກຢ່າງບັງເກີດຜົນ,ພົມພືດໄດ້ເກີດຄືນໃໝ່,ໄດ້ຮັບປະສິດທິຜົນຊີວະຊາດແລະປະສິດທິຜົນເສດຖະກິດໃນເບື້ອງຕົ້ນ.
ເຂດຊິນຈ່ຽງແມ່ນເຂດຈຸດໜັກຂອງການປະຕິບັດກິດຈະການເຊົາລ້ຽງສັດຟື້ນຟູທົ່ງຫຍ້າຄືນໃໝ່.ເລີ່ມແຕ່ປີ2003ເປັນຕົ້ນມາ,ລັດຖະບານຈີນໄດ້ລົງທຶນ650ຕື້ຢວນ,ປະຕິບັດກິດຈະການເຊົາລ້ຽງສັດ ຟື້ນຟູທົ່ງຫຍ້າຄືນໃໝ່ຢູ່22ເມືອງຂອງເຂດຊິນຈ່ຽງ.
|
|