ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-01 10:33:45    
ນ້ຳ​ສົ້ມ​ກັບ​ຊີ​ວິດ​ຄົນ​ສ່ານ​ຊີ່

cri


ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ມີ​ຮິດຄອງ​ປະ​ເພນີ​ຕ່າງໆ,​ເວົ້າ​ໃນ​ດ້ານ​ຮີດຄອງ​ການ​ກິນ​ການ​ດຶ່ມ​ແລ້ວ,ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ແຫ່ງ​ຕ່າງໆ​ກໍ​ເດັ່ນ​ຊັດ​ທີ່​ສຸດ.ຄື ຄົນ​ຫູ​ນານ​ພາກ​ກາງຂອງ​ຈີນ​ມັກ​ກິນ​ເຜັດ,ຄົນ​ເຈີ​ຈ່ຽງພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ມັກ​ກິນ​ຫວານ,​ແຕ່​ຄົນ​ສ່ານຊີ່ ພາກ​ເໜືອ​ຂອງ​ຈີນ​ກໍ່​ພາກ​ຈາກ​ນ້ຳ​ສົ້ມຕະຫຼອດ​ບໍ່​ໄດ້ຊີວິດ

ນ້ຳ​ສົ້ມແມ່ນ​ເຄື່ອງປຸງ​ຂອງ​ຈີນ​ມາ​ແຕ່​ບູຮານ​ນະການ,​ແມ່ນ​ປຸງ​ແຕ່ງດ້ວຍ​ທັນ​ຍາ​ຫັນ​ຕ່າງໆ​ເຊັ່ນ​ເຂົ້າ​ຝ້າງ,​ເຂົ້າ​ໂອດ,​ມັນ​ດ້າງ​ເປັນ​ຕົ້ນ​ໂດຍ​ຜ່ານ​ການ​ໝັກ​ເຊື້ອ.​ມັນ​ສົ້ມ​ຫຼາຍ,​ໃຊ້​ສຳ​ລັບ​ປຸງ​ແຕ່ງ​ອາ​ຫານ​ໂດຍ​ສະ​ເພາະ​ແມ່ນ​ສາມາດ​ແກ້​ກິ່ນ​ຄາວ​ໃນ​ເວລາ​ແຕ່ງ​ປາ.​ໃນ​ເວ​ລາ​ກິນ​ຈຽວ​ຈື​ຄົນ​ຈີນ​ມັກ​ຈ້ຳນ້ຳ​ສົ້ມ.​ເວລາ​ກິນ​ປູ,​ກໍ່​ມັກ​ຈ້ຳ​ນ້ຳ​ສົ້ມ​ທີ່​ດອງ​ເສັ້ນ​ຂີງ.​ບ່ອນ​ຜະ​ລິດ​ນ້ຳ​ສົ້ມ​ຢູ່​ຈີນ​ຫຼາຍ​ທີ່​ສຸດ,​ແຕ່ບ່ອນ​ທີ່ມີຊື່ສ​ຽງດົງ​ດັງ​ກວ່າ​ໝູ່​ແມ່ນ​ຢູ່ແຂວງ​ສ່າ​ນຊີ່​ພາກ​ເໜືອ​ຂອງ​ຈີນ.

ແຂວງສ່ານຊີ່​ມີ​ນາມມະ​ຍົດ​ເປັນ "ເມືອງ​ນ້ຳ​ສົ້ມ"​ແຕ່​ບູ​ຮານ​ນະ​ການ​ມາ​ນີ້,​ເຫດ​ຜົນ​ອັນ​ໜຶ່ງ​ກໍ່​ຍ້ອນ​ວ່າ​ຄົນ​ສ່າ​ນຊີ່​ມັກ​ກິນ​ນ້ຳ​ສົ້ມ.​ຕາມ​ສະ​ຖິຕິ,​ປັດ​ຈຸ​ບັນ, ສະ​ເລ່ຍ​ແລ້ວ​ຄົນ​ສ່ານ​ຊີ່​ກິນ​ນ້ຳ​ສົ້ມ25.​ກຼາມຕໍ່​ຄົນ​ຕໍ່​ມື້,​ເປັນ​ສອງ​ເທົ່າ​ຂອງ​ ຄົນ​ຈີນທົ່ວ​ປະ​ເທດ.​ຢູ່​ໂຮງງານ​ຜະ​ລິດ​ນ້ຳ​ສົ້ມ​ນີງ​ຮວ້າຟູ​ທີ່​ນະຄອນ​ໄທ້​ຢວນ​ເທດ​ສະ​ບານ​​ແຂວງ​ສ່ານ​ຊີ່ຊຶ່ງ​ເປັນເປັນ​ໂຮງງານ​ຜະລິດ​ນ້ຳ​ສົ້ມ​ຊື່​ດັງ​ກວ່າ​ໝູ່ຂອງ​ແຂວງ​ນີ້,ນັກ​ຂ່າວ​ໄດ້​ພົບ​ກັບ​ລູກ​ຄ້າ​ທີ່​​ເອົາ​ຄຸ​ໃຫຍ່ມາ​ຊື້​ນ້ຳ​ສົ້ມ​.

ອ້າຍ​ເອີຍ,​ຊື້​ນ້ຳ​ສົ້ມຫຼາຍປານ​ນີ້​ຫວະ?
ເອີ,10ລິດ,​ບ້ານ​ຕົນເອງ​ກິນ​ສ່ວນ​ໜຶ່ງ,​ຕ້ອນ​ໝູ່​ແລະ​ພີ່ນ້ອງ​ສ່ວນ​ໜຶ່ງ.

ນ້ຳ​ສົ້ມ​ຍີ່​ຫໍ້ "ຢີ້ຢວນຊິ້ງ"ທີ່​ໂຮງງານ​ຜະລິດ​ນ້ຳ​ສົ້ມ​ນີງ​ຮວ້າຟູ​ຜະລິດ​ນັ້ນ​ມີ​ປະຫວັດ​ດົນ​ມາ​ແລ້ວ,ຄົນ​ສ່ານ​ຊີ່​ສ່ວນ​ຫຼາຍ​ເຫັນ​ວ່າ​ຍີ່​ຫໍ້​ນີ້​ດີ​ເດັ່ນ​ທີ່​ສຸດ.​ແຂກ​ທີ່​ມາ​ຈາກ​ຕ່າງ​ຖິ່ນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ກໍ​ມາ​ຊື້​ນ້ຳ​ສົ້ມ​ຢູ່​ໂຮງ​ງານ​ຜະ​ລິດ​ນ້ຳ​ສົ້ມ​ນີງ​ຮວ້າ​ຟູ​ນະ​ຄອນ​ໄທ້​ຢວນ​ຍ້ອນ​ມັນ​ຊື່​ດັງ​ທີ່ສຸດ.​ນາງ​ລີວລີ້​ພະ​ນັກ​ງານ​ຈຳ ໜ່າຍ​ທີ່​ໄດ້​ເຮັດ​ວຽກ​ຫຼາຍ​ປີ​ຢູ່​ໂຮງ​ງານ​ຜະ​ລິດ​ນ້ຳ​ສົ້ມ​ນີ້​ກ່າວ​ວ່າ,

ນ້ຳ​ສົ້ມ​ຂອງ​ນີງຮວ້າ​ຟູ​ພວກ​ເຮົາ,​ຊື່ສຽງ​ດົງ​ດັງ,​ປະຊາ​ຊົນ​ທ້ອງ​ຖິ່ນນີ້​ແລະ​ທ້ອງ​ຖິ່ນ​ອື່ນ​ກໍ່​ມາ​ສັ່ງ​ນ້ຳ​ສົ້ມ​ນີ້​ໂດຍ​ຈຳ​ເພາະ.​ຕອນ​ເຊົ້າ​ຫ້າ​ຫົກ​ໂມງ​​ແຕ່​ລະ​ມື້​​ກໍ​ມີ​ຄົນ​ມາລຽນ​ແຖວ,​ມາ​ສວຍ​ໜ້ອຍ​ໜຶ່ງ​ແລ້ວກໍ່​ບໍ່​ມີຂາຍ​ແລ້ວ,​ຕ້ອງ​ຖ້າຮອດ​ມື້​ລຸນ​ອີກ.

ເປັນ​ຫຍັງ​ຄົນ​ສ່າ​ນຊີ່​ຈຶ່ງ​ມັກ​ກິນນ້ຳ​ສົ້ມ?​ຕາມ​ຜູ້​ຊ່ຽວຊານ​ວິ​ເຄາະ​ວ່າ,​ອາດ ຈະ​ແມ່ນ​ຍ້ອນ​ນ້ຳ​ແລະ​ດິນ​ຂອງ​ແຂວງ​ສ່ານ​ຊີ່ມີ​ທາດ​ດັ່ງ​ຫຼາຍ,​ສະ​ນັ້ນ​ຮ່າງ​ກາຍ​ຄົນ​ຕ້ອງ​ການ​ທາດ​ກົດ​ມາ​ດັດ​ປັບ​ກັນ.​ແນວ​ໃດ​ກໍ​ຕາມ,​ຄົນ​ສ່ານ ຊີ່​ມັກ​ກິນ​ນ້ຳ​ສົ້ມ​ຈົນ​ວ່າ​ບໍ່​ມີ​ນ້ຳ​ສົ້ມ​ກໍ່​ຈະ​ບໍ່​ເປັນ​ພາ​ເຂົ້າ.​ທະ​ແນມ​ແຕ່​ໄປ​ກິນ​ເຂົ້າ​ຢູ່​ສ່ານຊີ່,​ຢູ່​ເທິງ​ພາ​ເຂົ້າ​ຕ້ອງ​ມີ​ກວດ​ນ້ຳ​ສົ້ມ,​ເມື່ອ​ງານ​ລ້ຽງ​ກໍ່​ຕ້ອງ​ມີ​ຈານ​ນ້ອຍ ຈານ​ໜຶ່ງ​ຢູ່​ໜ້າ​ແຕ່​ລະ​ຄົນ​ເພື່ອ​ໄວ້​ນ້ຳ​ສົ້ມ​ໂດຍ​ຈຳ​ເພາະ.
 
ເມື່ອ​ຟັງ​ຄວາມ​ເວົ້າ​ຂອງ​ທ່ານ​ຈ້າວ​ມີງ​ສ່ານ​ຄົນ​ໄທ້​ຢວນ​ທີ່​ອາຍຸ​50​ປີ, ທ່ານ​ຈະ​ເຂົ້າ​ໃຈ​ວ່າ​ຄົນ​ສ່ານ​ຊີ່​ມັກ​ນ້ຳ​ສົ້ມ​ຫຼາຍ​ເທົ່າ​ໃດ​ແລ້ວ.

ນ້ຳ​ສົ້ມ​ເປັນ​ສິ່ງ​ດີ​ທີ່​ສຸດ,ມັນ​ຈະ​ເຮັດ​ໃຫ້​ຄົນຈະ​ເລີນ​ອາ​ຫານ​ແລະ​ມີ​ຈິດ​ໃຈ​ສົດ​ຊື່ນ.​ຂ້າ​ພະ​ເຈົ້າ​ກິນ​ເຂົ້າ,​ບໍ່​ມີ​ເກືອ​ບໍ່​ເປັນ​ຫຍັງ,​ແຕ່​ຕ້ອງ​ໃຫ້​ມີ​ນ້ຳ​ສົ້ມ,​ໃສ່​ນ້ຳ​ສົ້ມ​ໜ້ອຍ​ໜຶ່ງ​ແລ້ວ​ບໍ່​ວ່າ​ຈະ​ກິນ​ຫຍັງ​ກໍ່​ແຊບ,​ເວ​ລາ​ເຂົ້າ​ນອນ​ຍາມ​ຄ່ຳ​ຂ້າ​ພະ​ເຈົ້າ​ກໍ​ກິນ​ໜ້ອຍ​ໜຶ່ງ​.ຜູ້​ອື່ນ​ເອີ້ນ​ຂ້າ​ພະ​ເຈົ້າ​ເປັນ​ໄຫ​ນ້ຳ​ສົ້ມ,​ຂ້າພະ​ເຈົ້າ​ເອງ​ກໍ່​ຮູ້ສຶກ​ແມ່ນ​ແນວ​ນັ້ນ​ແທ້.

ໜັງສື​ບູຮານບັນ​ທຶກ​ວ່າ,​3000​ກວ່າ​ປີ​ກ່ອນ,​ບັນພະ​ບຸລຸດ​ຂອງ​ຄົນ​ສ່ານ​ຊີ່​ກໍ​ເລີ່ມ​ປຸງ​ແຕ່ງ​ນ້ຳ​ສົ້ມ.,​ໃນ​ພື້ນ​ເມືອງ​ສ່າ​ນຊີ່​ຍັງ​ຮັກສາ​ມູນ​ເຊື້ອ​ຄອບ​ຄົວ​ປຸງ​ແຕ່ງ​ນ້ຳ​ສົ້ມ​ໂດຍ​ຕົນ​ເອງ​ທີ່​ສືບ​ທອດ​ມາ​ຮອດ​ປັດ​ຈຸບັນ.​ຖ້າວ່າ​ໃນ​ຍາມ​ຮ້ອນ, ທ່ານ​ໄປ​ບ້ານ​ສອກ​ຫຼີກ,​ກໍຈະ​ໄດ້​ເຫັນ​ໃຕ້​ແດດ​ກ້າ,​ຢູ່​ໜ້າ​ປະຕູ​ທຸກ​ຫຼັງ​ເຮືອນ​ຊາວ​ກະ​ສິ​ກອນ,​ກໍ່​ມີ​ໄຫ​ໃຫຍ່​ໜ່ວຍ​ໜຶ່ງ​ສຳລັບ​ປຸງ​ແຕ່ງ​ນ້ຳ​ສົ້ມ.
 
ນ້ຳ​ສົ້ມ​ຂອງ​ແຂວງ​ສ່າ​ນຊີ່​ມີຫຼາຍ​ຊະນິດ,ນ້ຳ​ສົ້ມ"​ເຫຼົາ​ເຊີນ​ຊູ້"​ແມ່ນ​ຜະລິດ​ຕະພັນ​ທີ່​​ເປັນ​ຕົວ​ແທນ​.ຄຳ​ວ່າ"​ເຊີນ"​ແປ​ວ່າ​ເກົ່າ​ແກ່​ຍາວ​ນານ,ນ້ຳ​ສົ້ມ​ເຫຼົາ​ເຊີນ​ຊູ້​ມີ​ຊື່ສ​ຽງດົງ​ດັງ​ກວ່າ​ໝູ່​ແມ່ນ​ຍ້ອນ​ເວລາ​ປຸງ​ແຕ່ງ​ນ້ຳ​ສົ້ມ​ຍາວ​ກວ່າ​ນ້ຳ​ສົ້ມ​ທຳ​ມະ​ດາ,​ແລະ​ວິທີ​ປຸງ​ແຕ່ງ​ກໍ່​ສັບສົນ​ກວ່າ.ນ້ຳ​ສົ້ມ"​ເຫຼົາ​ເຊີນ​ຊູ້"​ຂອງ​ແຂວງ​ສ່າ​ນຊີ່​ລົດ​ແຊບ,​ທັງ​ສົ້ມ​ທັງ​ຫອມ.​ເມືອງ​ຊິ່ງ​ຊູ​ແມ່ນ​ແຫຼ່ງ​ເກີດ​ແລະ​ເຂດ​ຜະ​ລິດ​ນ້ຳ​ສົ້ມ"​ເຫຼົາ​ເຊີນ​ຊູ້"​,​ມີ​ນາມ​ມະ​ຍົດ​ວ່າ ເມືອງຫຼວງ​ນ້ຳ​ສົ້ມ,​ປະ​ລິ​ມານ​ການ​ຜະ​ລິດ​ກວມ​ຍອດ​ປະລິ​ມານ​ການ​ຜະ​ລິດ​ນ້ຳ​ສົ້ມ​ຂອງ​ທົ່ວ​ແຂວງ​ຕັ້ງ​50%​ຂຶ້ນ​ໄປ.ຢູ່​ເມືອງ​ຊິ່ງ​ຊູ,ບໍ່​ຕ້ອງ​ຖາມ​ທາງ,​ພຽງ​ແຕ່​ເອົາ​ດັງ​ໄປ​ດົມ​ແລ້ວ​ກໍ​ສາມາດ​ຊອກ​ໄດ້​ໂຮງ ງານ​ຜະ​ລິດ​ນ້ຳ​ສົ້ມ​ຕາມ​ກິ່ນ​ຫອ​ມ​ນ້ຳສົ້ມ.​ໃນ​ຫ້ອງ​ການ​ປຸງ​ແຕ່ງ​ນ້ຳ​ສົ້ມ​ຂອງ ກຸ່ມ​ບໍ​ລິ​ສັດ"​ເຫຼົາ​ເຊີນ​ຊູ້"ທີ່​ຕັ້ງ​ຢູ່​ເມືອງ​ຊິ່ງ​ຊູ​ແຂວງ​ສ່ານຊີ່,​ນັກ​ຂ່າວ​ໄດ້ຮູ້​ຈັກ​ວ່າ, ການ​ຜະ​ລິດ​ນ້ຳ​ສົ້ມ"​ເຫຼົາ​ເຊີນ​ຊູ້"ຢ່າງ​ເປັນ​ທາງ​ການ​ໄດ້​ຫຼາຍ​ເຖິງ​80​ກວ່າ​ຂັ້ນ​ຕອນ,​ນອກ​ຈາກ​ບາງ​ຂັ້ນ​ຕອນ​ຕ້ອງ​ໃຊ້​ແຮງ​ງານ​ຄົນ​ນັ້ນ​ແລ້ວ,ການ​ຜະ​ລິດ​ທັງ​ໝົດ​ໄດ້​ເປັນ​ແບບ​ອັດ​ແຈບ​ແລະ​ແບບ​ອັດ​ຕະ​ໂນ​ມັດ.​ທ່ານ​ເຢນ​ໄຫ​ເດີ​ວິ​ສະ​ວະ ກອນ​ໃຫຍ່​ຂອງ​ກຸ່ມ​ບໍລິ​ສັດ"​ເຫຼົາ​ເຊີນ​ຊູ້"ກ່າວ​ວ່າ,

ຈຸດ​ພິ​ເສດ​ຂອງ​ການ​ຜະ​ລິດ​ນ້ຳ​ສົ້ມ"​ເຫຼົາ​ເຊີນ​ຊູ້"​ແມ່ນ​ເວລາ​ໝັກ​ເຊື້ອ​ຍາວ,​ອຸນ​ຫະ​ພູມ​ໝັກ​​ເຊື້ອ​ສູງ.​ຮັກ​ສາ​ໄວ້1ປີ​ຫາ5ປີ​ແລ້ວ​ຈຶ່ງ​ຈະ​ກາຍ​ເປັນນ້ຳ​ສົ້ມ"​ເຫຼົາ​ເຊີນ​ຊູ້"​ຢ່າງ​ແທ້​ຈິງ.​ນ້ຳ​ສົ້ມ​ສຳ​ເລັດ​ຮູບ​ມີ​ສີ​ສັນ​ດຳ​ເຫຼື້ອມ,​ເນື້ອ​ໜຽວ,​ກິ່ນ​ສົ້ມ​ປຸກ​ທີ່​ສຸດ,​ມີ​ຈຸດ​ພິ​ເສດ​ທີ່​ຮັກ​ສາ​ໄວ້​ແຮ່ງ​ດົນ​ທໍ່​ໃດ,​ກິ່ນ​ສົ້ມ​ກໍ​ແຮ່ງ​ທໍ່​ນັ້ນ​ແລະ​ຮັກ​ສາ​ໄວ້​ດົນ​ເທົ່າ​ໃດ​ກໍ່​ບໍ່​ປ່ຽນ​ທາດ.
 
ຄົນ​ສ່າ​ນຊີ່​ທີ່​ມັກ​ນ້ຳ​ສົ້ມ​ຍັງ​ໄດ້​ຄົ້ນພົບ​ຄຸນ​ປະ​ໂຫຍ​ດພິລຶກ​ຂອງ​ນ້ຳ​ສົ້ມ. ຕົວຢ່າງ​ວ່າ,ກິນ​ນ້ຳ​ສົ້ມ​ສາມາດ​ເຮັດ​ໃຫ້​ສາຍ​ເລືອດ​ອ່ອນ,ດັດສົມ​ມັນ​ເລືອດ, ປ້ອງ​ກັນ​ສາຍ​ເລືອດ​ແຂງ,ກິນ​ໄຂ່​ໄກ່​ດອງ​ນ້ຳ​ສົ້ມ​ສາມາດ​ປ້ອງ​ກັນ​ແລ​ະປິ່ນ ປົວ​ສາຍ​ເລືອດ​ແຂງ,​ເລືອດດັນ​ສູງ,ພະຍາດ​ກະດູກ​,ພະຍາດ​ເບົາ​ຫວານ, ພະ​ຍາດ​ປະດົງ​ຂໍ້,ພະຍາດ​ນອນ​ບໍ່​ຫຼັບ​ເປັນ​ຕົ້ນ.ຈັດ​ເອົາ​ນ້ຳ​ສົ້ມ​ເປັນ​ຢາ,ກໍ່​ມີຄຸນ​ລັກສະນະ​ເກີດ​ຜົມ​ເສີມ​ສວຍ​ແລະ​ລົດ​ຄວາມ​ອ້ວນ.ນີ້​ແມ່ນ​ຍ້ອນ​ນ້ຳ​ສົ້ມ​ນອກຈາກ​ມີ​ອາ​ສິດ​ນ້ຳ​ສົ້ມ​ຫຼວງ​ຫຼາຍ​ແລ້ວ,​ຍັງ​ມີ​ທາດ​ການ​ຊີ​ອົມ ​ເຫຼັກ ອາ​ສິດ​ນົມ ນ້ຳ​ມັນ​ກຼີ​ເຊີ​ລີນ ອາ​ມີ​ໂນ​ອາ​ສິດ​ເປັນ​ຕົ້ນ,​ທັງ​ໝົດ​ເຫຼົ່າ​ນີ້ມີ​ຜົນ​ດີ​ຕໍ່​ຮ່າງ​ກາຍ​ຄົນ.

ຄຽງ​ຄູ່​ກັບ​ຄົນ​ເຮົາມີ​ຄວາມ​ຮູ້​ກ່ຽວ​ກັບ​ນ້ຳ​ສົ້ມ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ນັກ​ທຸ​ລະ ກິດ​ຜະ​ລິດ​ນ້ຳ​ສົ້ມ​ຂອງ​ແຂວງ​ສ່າ​ນຊີ່​ຍັງ​ທະຍອຍ​ກັນ​ຄົ້ນ​ຄວ້າຜະລິດ​ນ້ຳ​ສົ້ມ​ສຸກ​ຂະນະ​ໄມ,ນ້ຳ​ສົ້ມ​ເປັນ​ຢາ​ແລະ​ນ້ຳ​ສົ້ມ​ເປັນ​ເຄື່ອງດື່ມ​ນາໆ​ຊະນິດ,​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ໃນຕະຫຼາດ​ພາຍ​ໃນປະ​ເທດ​ແລະ​ພົ້ນ​ທະ​ເລ.ປັດ​ຈຸ​ບັນ, ນ້ຳ​ສົ້ມ​ເຫຼົາ​ເຊີນ​ຊູ້​ໄດ້​ສົ່ງ​ອອກ​ຈຳ​ໜ່າຍ​ຢູ່​ສິບ​ກວ່າ​ປະ​ເທດ​ເຊັ່ນ,ໂອສຕາ​ລີ,ການ​າດາ,ສິງກະ​ໂປ,ສ.​ເກົາຫຼີ, ອາ​ເມ​ລິ​ກາ​ເປັນ​ຕົ້ນ.