ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-24 18:44:34    
ຈີນ​ຍັງ​ບໍ່​ໄດ້​​ກວດ​ເຫັນ​ນົກ​ປ່າ​ຕິດ​ເຊື້ອພະ​ຍາດ​ໄຂ້​ຫວັດ​ສັດ​ປີກ

cri Author: da
ຕາມ​ຂ່າວCRI: ວັນ​ທີ 24 ຕຸລາ ຢູ່​ປັກ​ກິ່ງ ທ່ານ​ຊາວ​ຊິງ​ຢາ​ວ ​ໂຄສົກຖະ​ແຫຼ​ງຂ່າວ​ຂອງ​ກົມ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ໄດ້​ເຜີຍ​ໃຫ້​ນັກ​ຂ່າວ​ຮູ້​ວ່າ, ນັບ​ມາ​ຮອດ​ປະຈຸ​ບັນ, ຢູ່​ຈີນ​ຍັງ​ບໍ່​ໄດ້ກວດ​ເຫັນນົກ​ປ່າ​ຕິດ​ເຊື້ອພະຍາດ​ໄຂ້ຫວັດ​ສັດ​ປີກ.

ທ່ານ​ຊາວ​ຊິງ​ຢາ​ວ​ເວົ້າວ່າ,​ແຕ່​ເດືອນ​ກັນຍາ​ຮອດ​ເດືອນ​ພະຈິກ​ແມ່ນຍາມນົກ​ຍ້າຍ​ແກ່ວ​,ຍ້ອນ​ວ່າປະ​ເທດ​ອ້ອມ​ຂ້າງ​ຂອງ​ຈີນ​ປະກົດ​ມີ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ເປັນ​ລຳດັບ,ນົກ​ຍ້າຍ​ແກ່ວຕາມ​ລະດູ​ການ​ອາດ​ຈະ​ນຳ​ເອົາ​​ເຊື້ອ​ໂຣກມາແຜ່​ລະບາດ​ແລະ​ຕິດ​​ແປດເຊື້ອ​ໂຣກ​ເຊິ່ງກັນ​ແລະ​ກັນ. ກ່ຽວ​ກັບເລື່ອງນີ້,ກົມ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ,​ໄດ້​ເລີ່​ມ​ໃຊ້​ຕາໜ່າງກວດກາ​ສະພາບພະຍາດ​ສັດປ່າທີ່​ສ້າງຂຶ້ນ​ໃນຕົ້ນປີ​ນີ້,ຕິດຕາມ​ກວດກາຢ່າງ​ຕໍ່​ເນື່ອງ​ກ່ຽວ​ກັບສະພາບ​ພະຍາດ​ໃນ​ໝູ່ນົກ​ປ່າ​ຢູ່​ຈີນ​,ນັບ​ມາ​ຮອດປະຈຸ​ບັນ ຍັງ​ບໍ່​ໄດ້​​ປະກົດ​ເຫັນມີນົກ​ປ່າ​ຕິດ​ເຊື້ອໄຂ້ຫວັດ​ສັດ​ປີກ.