ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-20 15:18:56    
ທ່ານ​ລໍ​ກ້ານ​ກ່າວ​ວ່າ ການ​ຕ້ານ​ຢາ​ເສບ​ຕິດ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສູງ​ສົ່ງ​ຂອງ​ລັດ​ຖະ​ບານ​ຈີນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 20 ຕຸລາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລໍ​ກ້ານ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າ​ວວ່າ, ການຕ້ານຢາ​ເສບ​ຕິດ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດ​ກົກ​ຮາກ​ຂອງ​ປະຊາຊົນ​ຈີນ, ກໍ່​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ອັນ​ສູງ​ສົ່ງ​ຂອງ​ລັດຖະບານ​ຈີນ.

ທ່ານ​ລໍ​ກ້ານ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ບັນດາຫົວໜ້າ​ຄະນະ​ຜູ່​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ຂັ້ນລັດຖະມົນຕີ​​ຮ່ວມ​ມື​ຕ້ານ​ຢາ​ເສບ​ຕິດ​ອາ​ຊຽນຈີນ​ຄັ້ງທີ 2. ທ່ານ​ລໍ​ກ້ານ​ຫວັງ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນຮ່ວມ​ມື​ກັບ​ຈີນ​ຢ່າງ​ແໜ້ນ​ແຟ້ນ, ​ໃຊ້​ມາດ​ຕະການ​ແຂງ​ແຮງ​ກວ່າ​ເກົ່າ, ​ໂຈມ​ຕີ​ການ​ເຄື່ອນ​ໄຫວ​ຕ້ອງ​ໂທດ​ຢາ​ເສບ​ຕິດ​ແບບ​ໃໝ່​ຢ່າງ​ເຂັ້ມ​ງວດ, ພະຍາຍາມຫຼຸດຜົນ​ຮ້າຍ​ຢາ​ເສບ​ຕິດ.

ວັນ​ທີ 20 ຕຸລາ, ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ຮ່ວມ​ມື​ຕ້ານ​ຢາ​ເສບ​ຕິດ​ອາ​ຊຽນຈີນ​ຄັ້ງທີ 2 ​ໄດ້​ໄຂ​ຂຶ້ນຢູ່​ທີ່​ປັກ​ກິ່ງ, ​ໃນ​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ໂຈ່​ວຢົງ​ຄາງ ປະທານ​ຄະນະ​ກຳ​ມະ​ການ​ຕ້ານ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​ຍິນ​ດີ​ເຮັດ​ຄື​ແຕ່​ເກົ່າ​ເມືອ​ຫຼັງ ​ລົງ​ເລິກ​ຮ່ວມ​ມືກັບ​ບັນດາ​ປະ​ເທດ​ໃນ​ໂລກຕ້ານ​ຢາ​ເສບ​ຕິດ​ດ້ວຍ​ຄວາມ​ຈິງ​ໃຈ​ທີ່​ສຸດ.