|
 |
(GMT+08:00)
2005-10-18 18:29:38
|
 |
ທ່ານອາບາສກ່າວປະນາມເຫດການຜູ້ປະກອບອາວຸດປາເລັສຕີນຫຼອນໂຈມຕີຜູ້ຕັ້ງຖິ່ນຖານຊາວຢິວ
cri
Author: cai
ຕາມຂ່າວCRI:ພາຍຫຼັງຜູ້ປະກອບອາວຸດປາເລັສຕີນສ່ວນໜຶ່ງໄດ້ຍິງຜູ້ຕັ້ງຖິ່ນຖານຊາວຢິວ 3 ຄົນຕາຍຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນໃນວັນທີ 16 ຕຸລາແລ້ວ,ວັນທີ 17 ຕຸລາ,ທ່ານອາບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນໄດ້ກ່າວປະນາມຕໍ່ເລື່ອງນີ້.
ທ່ານອາບາສແມ່ນໃຫ້ທັດສະນະດັ່ງກ່າວໃນເວລາພົບປະທ່ານຊີຣັກ ປະທານາທິບໍດີຝະຣັ່ງຢູ່ປາລີ.ທ່ານເວົ້າວ່າ,ເຫດການດັ່ງກ່າວແມ່ນຜູ້ຕັ້ງແກ້ງທຳລາຍການເຈລະຈາສັນຕິພາບລະຫວ່າງປາເລັສຕີນກັບອິດສະລະແອນແລະທຳລາຍພາບພົດຂອງປາເລັສຕີນເປັນຜູ້ເຮັດ.
ຝ່າຍອິດສະລະແອນໄດ້ກ່າວວ່າຈະເຊົາຫາລືກັບຝ່າຍປາເລັສຕີນກ່ຽວກັບບັນຫາຄວາມປອດໄພ,ກອງທະຫານປ້ອງກັນປະເທດອິດສະລະແອນຍັງໄດ້ເພີ່ມທະວີການອັດຕັນຕໍ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນຢ່າງຮອບດ້ານໃນວັນທີ 17 ຕຸລາ.
ຕໍ່ເຫດການຫຼອນໂຈມຕີເທື່ອນີ້,ວັນທີ 17 ຕຸລາ,ທ່ານມູບາລັກ ປະທານາທິບໍດີເອຢິບກ່າວວ່າ,ເອຢິບຫວັງໃຫ້ປາເລັສຕີນກັບອິດສະລະແອນຫາລືກັນຕໍ່ໄປກ່ຽວກັບບັນຫາທີ່ກ່ຽວຂ້ອງ.
ນອກນີ້,ຂ່າວແຈ້ງວ່າ,ວັນທີ 17 ຕຸລາ,ທ່ານເມັກເລແລນ ໂຄສົກທຳນຽບຂາວອາເມລິກາປະກາດວ່າ,ວັນທີ 20 ຕຸລາ,ທ່ານບຸສ ປະທານາທິບໍດີອາເມລິກາຈະຫາລືກັບທ່ານອາບາສທີ່ຈະໄປຢ້ຽມຢາມນັ້ນກ່ຽວກັບການສະກັດກັ້ນການເຄື່ອນໄຫວຫຼອນໂຈມຕີອິດສະລະແອນດ້ວຍກຳລັງຮຸນແຮງ ຂອງອົງການປະກອບອາວຸດປາເລັສຕີນແລະບັນຫາອື່ນໆ.
|
|
|