ຕາມຂ່າວສານຊິນຮວາ:ວັນທີ6 ຕຸລາ,ທ່ານຈາຢາຄູມາ ຮອງນາຍົກລັດຖະມົນຕີສິງກະໂປກ່າວວ່າ,ເຖິງວ່າໃນສະເພາະຫນ້ານີ້ບໍ່ມີຂ່າວທີ່ສະແດງວ່າສິງກະໂປຈະຖືກຫລອນໂຈມຕີແບບກໍ່ການຮ້າຍ,ແຕ່ຄະດີລະເບີດທີ່ເກີດຂຶ້ນຢູ່ເກາະບາອິນໂດເນເຊຍລີຫວ່າງມໍ່ໆນີ້ເຕືອນຄົນທັງຫລາຍບໍ່ຄວນສະເຫລີງສະຕິລະວັງຕົວຕໍ່ລັດທິກໍ່ການຮ້າຍ,ຄວນກຽມພ້ອມທຸກເວລາເພື່ອໂຕ້ຕອບການຫລອນໂຈມຕີຂອງລັດທິກໍ່ການຮ້າຍ.
ທ່ານຈາຢາຄູມາແມ່ນກ່າວຄວາມນີ້ໃນເວລາສຳຫລວດຖານອຸດສາຫະກຳເຄມີແຫ່ງຫນຶ່ງຂອງສິງກະໂປ.ທ່ານກ່າວວ່າ, ຄວາມປອດໄພຂອງຊາດແລະການຕ້ານລັດທິກໍ່ການຮ້າຍແມ່ນວຽກງານຍາວນານ,ລັດຖະບານຕ້ອງປະສານສົມທົບກັບກຳລັງທຸກຝ່າຍປ້ອງກັນການຫລອນໂຈມຕີຂອງລັດທິກໍ່ການຮ້າຍ,ສືບຕໍ່ປະເມີນມາດຕະການຄວາມປອດໄພທີ່ມີຢູ່ໃນປະຈຸບັນ.
ມື້ດຽວກັນ, ໃນເວລາກ່າວຄຳປາໄສຢູ່ສະມາຄົມນັກຂ່າວຕ່າງປະເທດ,ທ່ານຫລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປກ່າວວ່າ,ສິງກະໂປໄດ້ນຳໃຊ້ມາດຕະການອັນຈຳເປັນ,ປ້ອງກັນການເກີດເຫດການລັດທິການກໍ່ການຮ້າຍຢູ່ສິງກະໂປ.
|