ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-05 16:47:33    
​ແຜນ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ​2008​​ໄດ້​ວາງ​ອອກ​ຢ່າງ​ຮອບ​ດ້ານ

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພດ້ານ​ອາຫານ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008,ນະຄອນ​ປັກ​ກິ່ງ​ໄດ້​ວາງ​​ໂຄງການດຳ​ເນີນ​ງານ​ກ່ຽວ​ກັບຄວາມ​ປອດ​ໄພດ້ນ​ອາຫານ​​ໂດຍ​ຈຳ​ເພາະ,ປະຈຸ​ບັນ​ນີ້​ໄດ້​ເລີ່​ມດຳ​ເນີນຢ່າງຮອບ​ດ້ານ​ແລ້ວ.

ຕາມ​ແນະນຳ​ວ່າ,​ໂດ​ຍອີງຕາມ​ໂຄງການ​ດັ່ງກ່າວ,ນະຄອນ​ປັກ​ກິ່ງ​ຈະ​ສ້າງຕັ້ງລະ​ບົບ​ມາດ​ຖານ​ຄວາ​ມປອດ​ໄພ​ດ້ານອາຫານ​​ໃນງານ​ກິລາ​ໂອ​ລິ​ມປິກ,ລະບົບ​ນີ້​ລວມ​ມີ​ປະ​ມານ​80​ມາດ​ຖານ​ຈຳກັດ​ປະລິມານວັດຖຸ​ເປັນ​ໂທດ,ປະມານ50ມາດຖານ​ວິທີ​ກວດກາ,​ແລະ​ປະມານ15ມາດຖານ​ປະ​ເພດ​ຫຸ້ມຫໍ່​.

ນອກ​ນີ້,ນະຄອນ​ປັກ​ກິ່ງ​ຈະ​ສ້າງຕັ້ງຖານສະໜອງ​ອາຫານ​​ໃຫ້ງານ​ກິລາ​ໂອ​ລິມປິກທີ່​ກຳນົດ​ແນ່ນອນ,​ເມື່ອຮອດ​ເວລາ​ນັ້ນຈະ​ກວດກາ​ຜະລິດ​ຕະພັນ​ແຕ່ລະ​ງວດຂອງ​ຖານ​ສະ​ໜອງ​ອາ​ຫານ​ຕາມ​ມາດຖານ​ຄວາມ​ປອດ​ໄພຂອງ​ອາຫານ​​ໃນງານ​ກິລາ​ໂອ​ລິ​ມປິກ;​ແລະຈະ​ຕິດຕາມ​ວັດ​ແທກ​ສະພາບ​ຂະ​ຫຍາຍຕົວປ່ຽນ​ແປງ​ຂອງ​ສິ່ງ​ແວດ​ລ້ອມ​ຖານ​ສະ​ໜອງ​ອາ​ຫານ​ທີ່​ກຽມ​ຈະເຂົ້າຮ່ວມ​ການຄັດ​ເລືອກກ່ອນ​ງານ​ກິລາ​ໂອ​ລິມ​ປິກ2ປີ.​ນະ​ຄອນ​ປັກ​ກິ່ງຍັງ​ຈະ​ກຳນົດ​ວິ​ສາ​ຫະກິດ​ສະໜອງ​ອາຫານ​ໃຫ້​ງານ​ກິ​ລາ​ໂອ​ລິ​ມປິກ​ງວດ​ໜຶ່ງ;ສ້າງຕັ້ງສູນ​ຈັດ​ສົ່ງ​​ອາຫານ​​ໃຫ້ງານ​ກິລາ​ໂອ​ລິ​ມປິກ,ດຳ​ເນີນ​ການ​ໃຊ້​ລົດສະ​ເພາະ​ ຂົນ​ສົ່ງ​ອາຫານ​ສະ​ເພາະ​ແບບ​ແບບ​ປິດ​ແຈບແລະ​ຕິດຕາມ​ຄວບ​ຄຸມ​ຕະຫຼອດ​ໄລຍະ;ຍັງ​ຈະ​ຕິດ​ກາ​ເອ​ເລັກ​ໂຕຼນີກ​​ໃສ່ອາຫານ​ງານ​ກິລາ​ໂອ​ລິ​ມ​ປິກ,​ເພື່ອ​ຕິດຕາມ​ກວດກາ​ຄວາມ​ປອດ​ໄພ​ຂອງອາຫານ​ໃນ​ຕະຫຼອດ​ຂະ​ບວນການ​ສະໜອງ.