|
 |
(GMT+08:00)
2005-09-30 18:31:43
|
ຮົງກົງຍັງເປັນຈຸດຮັບເອົາການລົງທຶນໂດຍກົງຂອງຕ່າງປະເທດທີ່ສຳຄັນແຫ່ງໜຶ່ງຂອງໂລກ
cri
ຕາມຂ່າວສານຊີນຮວາ,ໃນບົດລາຍງານການລົງທຶນຂອງໂລກປີ2005 ທີ່ກອງປະຊຸມການຄ້າແລະການພັດທະນາຂອງສະຫະປະຊາຊາດປະກາດໃນວັນທີ30ກັນຍາ ຊີ້ອອກວ່າ, ປີ2004 ຮົງກົງຍັງເປັນເຂດແຄວ້ນໃຫຍ່ທີ2ໃນພາກພື້ນອາຊີທີ່ຮັບເອົາການລົງທຶນຂອງຕ່າງປະເທດໂດຍກົງ,ຄື ພຽງແຕ່ຖັດຈາກເຂດໃນຂອງຈີນ.
ບົດລາຍງານດັ່ງກ່າວຊີ້ອອກວ່າ,ຍອດມູນຄ່າການລົງທຶນໂດຍກົງຂອງຕ່າງປະເທດທີ່ຮົງກົງກັບເຂດໃນຂອງຈີນໄດ້ຮັບໃນປີ2004ກວມຍອດມູນຄ່າຂອງພາກພື້ນອາຊີສອງສ່ວນສາມຂຶ້ນໄປ. ຮົງກົງໄດ້ສືບຕໍ່ຮັບປະກວດເປັນລະບົບເສດຖະກິດທີ່ດີເດັ່ນກວ່າໝູ່ໃນທົ່ວໂລກຕໍ່ມາ.
ຕົວເລກຫຼ້າສຸດທີ່ຜະແນກສະຖິຕິຂອງອົງການປົກຄອງເຂດພິເສດຮົງກົງປະກາດຫວ່າງກ່ອນສະແດງໃຫ້ເຫັນວ່າ, ຫົກເດືອນຕົ້ນປີ2005ຮົງກົງໄດ້ຮັບການລົງທຶນໂດຍກົງຈາກຕ່າງປະເທດປະມານ20ຕື້ໂດລາ.
|
|
|