ອາເມລິກາເຫັນວ່າ ການແກ້ໄຂບັນຫານິວເຄຼຍຂອງແຫຼມເກົາຫຼີຍັງຕ້ອງການການເຈລະຈາທີ່ຍາກລຳບາກຫຼາຍຮອບ
cri
ຕາມຂ່າວສານຊິນຮວາ: ວັນທີ 29 ກັນຍາ, ໃນງານຖະແຫຼງຂ່າວທີ່ຈັດຂຶ້ນຢູ່ວໍຊີງຕັນ, ທ່ານເມັກໂກມາກ ໂຄສົກກະຊວງການຕ່າງປະເທດອາເມລິກາເວົ້າວ່າ, ຖ້າຢາກແກ້ໄຂບັນຫານິວເຄຼຍຂອງແຫຼມເກົາຫຼີໃນທີ່ສຸດໂດຍຜ່ານພາຫະນະການຕ່າງປະເທດ, ເຮັດໃຫ້ແຫຼມເກົາຫຼີປອດນິວເຄຼຍ, ຍັງຕ້ອງການການເຈລະຈາທີ່ຍາກລຳບາກຫຼາຍຮອບ.
ທ່ານເມັກໂກມາກເວົ້າວ່າ, ອາເມລິກາຈະເຂົ້າຮ່ວມການເຈລະຈາ 6 ຝ່າຍໃນອະນາຄົດດ້ວຍທ່າທີຈິງໃຈທີ່ສຸດ. ທ່ານຍັງເຊື່ອໝັ້ນວ່າ, ຝ່າຍຕ່າງໆທີ່ກ່ຽວຂ້ອງກໍ່ຈະເຂົ້າຮ່ວມການແກ້ໄຂບັນຫານິວເຄຼຍຂອງແຫຼມເກົາຫຼີຢ່າງຕັ້ງໜ້າບົນພື້ນຖານຖະແຫຼງການຮ່ວມທີ່ປະກາດໃນການເຈລະຈາ 6 ຝ່າຍຮອບ 4.
|
|