ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-24 20:36:24    
ຈີນ​ຈະ​ເພີ່ມ​ທະ​ວີ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ນ້ຳ​ກິນ

cri
ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ​ສະບັບ​ວັນ​ທີ24​ກັນຍາ,ຫວ່າງ​ມໍ່ໆ​ນີ້,​ຫ້ອງ​ການ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ອອກ​ປະກາດ,ຮຽກຮ້ອງ​ໃຫ້​ແຫ່ງ​ຕ່າງໆ​ແລະ​ບັນດາ​ພາກ​ສ່ວນ​ເພີ່ມ​ທະ​ວີ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ນ້ຳ​ກິນ,ຮັບປະກັນ​​ໃຫ້​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ມີ​ນ້ຳ​ກິນ​ທີ່​ປອດ​ໄພ​.

ປະກາດ​ຂຽນ​ວ່າ,ທ້ອງ​ຖິ່ນ​ບໍ່​ໜ້ອຍ​ຂອງ​ຈີນ​ຂາດ​ເຂີນ​ແຫຼ່ງນ້ຳ,​ແຫຼ່ງນ້ຳ​ກິນ​ຂອງ​ບາງ​ຕົວ​ເມືອງ​ຖືກ​ເຊື່ອມ​ພິດ​ຢ່າງ​ຮ້າຍ​ແຮງ.ນ້ຳ​ກິນຢູ່​ຊົນນະບົດ​ບາງ​ແຫ່ງ​ມີ​ບັນຫາ​ຕ່າງໆ​ເຊັ່ນ​ມີ​ລົດ​ຂົມ​,ເຄັມ,​ຫຼື​ມີ​ທາດ​ຟຣຸຍ​ອໍ​​ຫຼາຍ,​ສານ​ໜູ​ຫຼາຍ,​ແລະ​ມີ​​ເຊື້ອ​ໂຣກ​ແມ່​ພະ​ຍາດ​ກົກ​ໝາກ​ເຫຼືອງ​ແລະ​ອື່ນໆ.

ປະກາດຂຽນວ່າ,ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ລັດຖະບານ​ຈີນ​ຕ້ອງ​ຈັດ​ຕັ້ງ​ຮຽບ​ຮຽງ​ແຜນ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ນ້ຳ​ກິນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ທົ່ວ​ປະ​ເທດ​ຈີນ​ໂດຍ​ໄວ,​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ​ຮັກສາ​ແລະ​ຈັດ​ສັນ​ຊັບພະຍາກອນ​ນ້ຳ​ຢ່າງ​ສົມ​ເຫດ​ສົມ​ຜົນ,​ອອກ​ແຮງ​ປ້ອງ​ກັນ​ແລະ​ປົວ​ແປງ​ການ​ເຊື່ອມ​ພິດ​ຂອງ​ນ້ຳ, ສ້າງ​ກິດຈະການ​ສະໜອງ​ນ້ຳ​ໃຫ້​ຕົວ​ເມືອງ​ແລະ​ຊົນນະບົດ​ເປັນ​ຕົ້ນ,ຕອບ​ສະໜອງ​ຄວາມ​ຕ້ອງການ​ນ້ຳ​ກິນ​ກ່ອນ​ໝູ່.