
ວັນທີ18ກັນຍາປີນີ້,ກົງກັບມື້ຂຶ້ນ15ຄ່ຳເດືອນແປດຕາມຈັນທະຄະຕິຈີນ,ແມ່ນບຸນໄຫວ້ພະຈັນເຊິ່ງແມ່ນເທດສະການອັນມີມູນເຊື້ອຂອງຈີນ.ໃນຄວາມຄິດຂອງຄົນຈີນ,ບຸນໄຫວ້ພະຈັນແມ່ນບຸນສຳຄັນທີ່ສຸດພຽງແຕ່ຖັດຈາກບຸນກຸດຈີນ.ຖ້າຫາກອີງຕາມວິທີຫຼິ້ນບຸນໄຫວ້ພະຈັນອັນມີມູນເຊື້ອຂອງຈີນ,ຄົນໃນຄອບຄົວຕ້ອງເຕົ້າໂຮມກັນໃນມື້ບຸນໄຫວ້ພະຈັນ,ຊົມພະຈັນແລະກິນຂະໜົມໄຫວ້ພະຈັນທີ່ເປັນສັນຍາລັກແຫ່ງການເຕົ້າໂຮມກັນ.ແຕ່ໃນປະຈຸບັນ,ເມື່ອຫຼິ້ນບຸນປະເພນີດັ່ງກ່າວ,ນອກຈາກການກິນຂະໜົມໄຫວ້ພະຈັນແລະການຊົມພະຈັນແລ້ວ,ຄົນທັງຫຼາຍຍັງມີວິທີໃໝ່ຕ່າງໆນາໆ.
ບຸນໄຫວ້ພະຈັນແມ່ນຖືກກັບໄລຍະກາງຂອງລະດູໃບໄມ້ຫຫຼົ່ນ.ໃນມື້ບຸນໄຫວ້ພະຈັນທຸກໆປີ,ຄອບຄົວຂອງຄົນຈີນ,ຖ້າມີເງື່ອນໄຂ,ກໍ່ຈະເຕົ້າໂຮມກັນໃນເຮືອນ,ນັ່ງຢູ່ໃຕ້ທ້ອງຟ້າຕອນຄ່ຳທີ່ມີແສງຈັນແຈ່ນແຈ້ງ,ວາງຂະໜົມໄຫວ້ພະຈັນແລະໝາກຜົນຊະນິດຕ່າງໆ,ເຊັ່ນໝາກໂມ ໝາກໂປມແລະໝາກອະງຸ່ນເປັນຕົ້ນ,ທັງກິນທັງຊົມພະຈັນ,ຮູ້ສຶກດີໃຈຫຼາຍທີ່ຄົນໝົດຄອບຄົວໄດ້ເຕົ້າໂຮມກັນ.ຂະໜົມໄຫວ້ພະຈັນແມ່ນຂະໜົມຊະນິດໜຶ່ງທີ່ມີຮູບມົນແລະມີໄສ້ຢູ່ຂ້າງໃນນັ້ນ,ມີຄວາມໝາຍວ່າເຕົ້າໂຮມກັນ. ສະນັ້ນ,ໃນວັນບຸນໄຫວ້ພະຈັນ,ບໍ່ພຽງແຕ່ຄົນໃນຄອບຄົວຕົນກິນຂະໜົມໄຫວ້ພະຈັນເທົ່ານັ້ນ,ຍັງມັກເອົາຂະໜົມໄຫວ້ພະຈັນທີ່ຫຸ້ມຫໍ່ຢ່າງສວຍງາມໄປຝາກຍາດພີ່ນ້ອງແລະເພື່ອນມິດ.
ແຕ່ວ່າປະຈຸບັນຄົນຈີນຫຼາຍຄົນເມື່ອຫຼິ້ນບຸນໄຫວ້ພະຈັນ,ນອກຈາກເຕົ້າໂຮມໃນເຮືອນ ຊົມພະຈັນແລ້ວ,ຍັງມີວິທີໃໝ່ຕ່າງໆນາໆ.ທ່ານລາວອີ້ໂປແມ່ນພະນັກງານຜູ້ໜຶ່ງຂອງບໍລິສັດທ່ອງທ່ຽວແຫ່ງໜຶ່ງຂອງເມືອງກວາງໂຈວພາກໃຕ້ຂອງຈີນ,ປີນີ້ລາວຢາກພ້ອມກັບຄົນໃນຄອບຄົວໄປຫຼິ້ນບຸນໄຫວ້ພະຈັນຢູ່ຕ່າງປະເທດ,ທົດສອບກັບຄວາມຮູ້ສຶກຕ່າງກັນທີ່ຊົມພະຈັນຢ່າງຕ່າງປະເທດ:
"ຄົນໃນຄອບຄົວຂ້າພະເຈົ້າຢາກໄປເມືອງໄທ,ທົດສອບກັບການຊົມພະຈັນຢູ່ຕ່າງປະເທດວ່າຈະມີຄວາມຮູ້ສຶກແນວໃດ?ໄດ້ຍິນວ່າຢູ່ໄທສາມາດຂີ່ຊ້າງຊົມພະຈັນໃຕ້ແສງພະຈັນ,ຂ້າພະເຈົ້າຄິດວ່ານີ້ແມ່ນວິທີທີ່ມີຫົວຄິດປະດິດສ້າງຫຼາຍທີ່ສຸດ.
ທ່ານໂຈວຈື້ກ່າງທີ່ຢູ່ເມືອງທຽນສິນຂອງຈີນ,ເຮັດວຽກຢູ່ອົງການປົກຄອງເທດສະບານ,ໃນຕອນຄ່ຳມື້ບຸນໄຫວ້ພະຈັນ,ຄົນໝົດຄອບຄົວມາເຕົ້າໂຮມກັນກໍ່ແມ່ນຄວາມປາຖະໜາອັນແຮງກ້າທີ່ສຸດຂອງລາວ.ຍ້ອນວ່າຄາວຽກຫຼາຍ,ໃນມື້ບຸນໄຫວ້ພະຈັນຂອງທຸກປີທີ່ຜ່ານມາລາວມີແຕ່ໄປຢາມພໍ່ແມ່ໃນເວລາເລີກງານຢ່າງຟ້າວຟັ່ງ.ບຸນໄຫວ້ພະຈັນປີນີ້ພໍດີແມ່ນວັນອາທິດ,ທ່ານໂຈວຈະພາໝົດຄອບຄົວໄປຫຼິ້ນບຸນໄຫວ້ພະຈັນຢູ່ແຄມທະເລ.ເພີ່ນເວົ້າວ່າ:
"ໃນຍາມປົກກະຕິ,ຍ້ອນວ່າຄາວຽກຫຼາຍ,ພາພໍ່ແມ່ໄປຫຼິ້ນຢູ່ນອກບໍ່ໄດ້,ພໍ່ແມ່ເອງເພິ່ນຂາບໍ່ດີປານໃດ,ກໍ່ບໍ່ຍອມໄປໄກ.ປີນີ້ຂ້າພະເຈົ້າຈະຂັບລົບພາພໍ່ແມ່ ເມຍ ໄປຫາດຊາຍທະເລຢູ່ຄຸ້ມຖາງກູ່ເມືອງທຽນສິນ,ໄປຊົມພະຈັນຢູ່ແຄມທະເລ."
ຊາວໜຸ່ມຫິ້ຼນບຸນໄຫວ້ພະຈັນກໍ່ຍິ່ງມີແຟຊັ່ນກວ່າ,ເຊັ່ນ,ສົ່ງຂໍ້ຄວາມອວຍພອນວັນບຸນ, ຈອງດອກໄມ້ຫຼືບັດອວຍພອນຢູ່ອິນເຕີເນັດ,ເລືອກ"ຂະໜົມໄຫວ້ພະຈັນອິນເຕີເນັດ"ສົ່ງໃຫ້ເພື່ອນມິດ,ແລະອື່ນໆ. ທ່ານນາງລິວໂມ້ງຮາວທີ່ຫາກໍ່ຮຽນຈົບຈາກມະຫາວິທະຍາໄລ,ປະຈຸບັນເຮັດວຽກຢູ່ບໍລິສັດທຶນຕ່າງປະເທດແຫ່ງໜຶ່ງຂອງເມືອງທຽນສິນ,ຍ້ອນຄາວຽກຫຼາຍ,ໃນມື້ບຸນໄຫວ້ພະຈັນກໍ່ກັບເມືອແຂວງສ່ານສີ່ບ້ານເກີດຂອງເພີ່ນເພື່ອໄປຫຼິ້ນບຸນບໍ່ໄດ້,ເພິ່ນຈິ່ງຝາກຂໍ້ຄວາມໄປຍັງພໍ່ແມ່ແລະຍາດພີ່ນ້ອງເພື່ອນມິດເພື່ອອວຍພອນວັນບຸນ,ເພີ່ນເວົ້າວ່າ:
"ການຝາກຂໍ້ຄວາມບໍ່ຖຶກເວລາຈຳກັດຄືກັບໂທສະສັບ,ພ້ອມກັນນັ້ນ,ຍັງສາມາດສົ່ງອາລົມຈິດທີ່ລະອາຍໃຈໃນເວລາໂທລະສັບນັ້ນໃຫ້ຝ່າຍກົງກັນຂ້າມ,ແລກປ່ຽນຄວາມເຫັນງ່າຍກວ່າ,ວິທີນີ້ຮູ້ສຶກວ່າດີຫຼາຍ."
ຍັງມີຊາວໜຸ່ມຈຳນວນໜຶ່ງໄດ້ຝາກ"ຂະໜົມໄຫວ້ພະຈັນ"ທາງອິນເຕີເນັດໃຫ້ເພື່ອນມິດ.ເມື່ອຜູ້ຮັບຂອງຂວັນເປີດຄອມພິວເຕີກໍ່ຈະເຫັນຂະໜົມໄຫວ້ພະຈັນທີ່ເຫຼື້ອມຍິບຍັບຢູ່ຕໍ່ໜ້າຕໍ່ຕາໄດ້,ຖ້າກົດ"ຕັດ"ກໍ່ຈະເຫັນມອນໄຂ່ສອງເບຶ້ອງ,ກົດ"ຕັດ"ອີກຄັ້ງໜຶ່ງ,ມອນໄຂ່ກໍ່ຈະເຕັ້ນອອກຈາກຂະໜົມໄຫວ້ພະຈັນ,ແລ້ວກາຍເປັນດວງຈັນທີ່ແຈ່ມແຈ້ງດວງໜຶ່ງ.ບໍ່ຕ້ອງອອກຈາກເຮືອນ,ກົດຕົວມາວສ໌ເບົາໆກໍ່ຝາກ"ຂະໜົມໄຫວ້ພະຈັນ"ຫອມກຸ້ມ"ໃຫ້ຍາດພີ່ນ້ອງແລະເພື່ອນມິດໄດ້,ທັງໄດ້ສະແດງຄວາມອວຍພອນ,ທັງມີຄວາມໝາຍໃໝ່,ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ.
ບຸນໄຫວ້ພະຈັນປີນີ້ກົງກັບວັນທີ່ກອງທະຫານຍີ່ປຸ່ນກໍ່ເຫດການ"ວັນທີ18ກັນຍາ"ຮຸກຮານພາກຕາເວັນອອກສຽງເໜືອຂອງຈີນດ້ວຍກຳລັງອາວຸດໃນປີ1931,ນັກສຶກສາສ່ວນໜຶ່ງຂອງມະຫາວິທະຍາໄລລານໂຈວພາກຕາເວັນຕົກສຽງເໜືອຂອງຈີນຕົກລົງວ່າໃນປີນພູເວລາຊົມພະຈັນນຳກັນນັ້ນ,ບໍ່ລືມອັບປະຍົດຂອງຊາດ,ຈັດກອງປະຊຸມ ຫົວຂໍ້ສະເພາະ,ຫຼິ້ນບຸນໄຫວ້ພະຈັນທີ່ມີຄວາມໝາຍກວ່າເກົ່າ.ທ້າວລິວສຽວເຊີນນັກສຶກສາປະລິນຍາໂທຂອງສະຖາບັນຂ່າວແລະສື່ມວນຊົນຂອງມະຫາວິທະຍາໄລລານໂຈວເວົ້າວ່າ:
"ມື້ບຸນໄຫວ້ພະຈັນປີນີ້ຂ້ອນຂ້າງພິເສດ,ພໍດີກົງກັບວັນເກີດເຫດການ"ວັນທີ18ກັນຍາ",ພວກຂ້າພະເຈົ້າກຽມເຊີນອ້າຍນ້ອງນັກສຶກສາໄປປີນພູຊົມພະຈັນນຳກັນ.ຢູ່ເມືອງລານໂຈວມີພູເກົ່າລານສ່ານທີ່ມີຊື່ສຽງ,ສູງກວ່າລະດັບນ້ຳທະເລອ່າວຫຼາຍ,ສິ່ງແວດລ້ອມກໍ່ຂ້ອນຂ້າງດີ.ພວກຂ້າພະເຈົ້າຢາກໃຫ້ຄົນທັງຫຼາຍນັ່ງແລກປ່ຽນຄວາມເຫັນນຳກັນ,ພ້ອມກັນນັ້ນ,ຍັງໄດ້ນຳຫົວຂໍ້ລະລຶກເຫດການ"ວັນທີ18ກັນຍາ"ໄປຮອດພູເກົ່າລານສ່ານ,ຜ່ານຈາກການແລກປ່ຽນຄວາມເຫັນແລະການຫາລືກັນຈັດການເຄື່ອນໄຫວລະລຶກໃຫ້ດີ."
ຄົນຈີນເມື່ອຫຼິ້ນບຸນໄຫວ້ພະຈັນມີຮີດຄອງປະເພນີຢ່າງຫຼວງຫຼາຍ,ຮູບການກໍ່ຕ່າງກັນ,ແຕ່ກໍ່ລ້ວນແຕ່ໄດ້ຝາກຟັງຄວາມມ່ວນຊື່ນຕໍ່ຄອບຄົວທີ່ເຕົ້າໂຮມກັນ ຄວາມຮັກຫອມຊີວິດອັນດີງາມແລະຄວາມຖະໜອມຫວງແຫນສັນຕິພາບ.
|