ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-18 18:15:46    
ການ​ໃຊ້​ວັກ​ແຊງ​ໂລກ​ເອສ​ໄລ​ຍະ​ທີ​1​ເທື່ອ​ທຳ​ອິດ​ຂອງ​ຈີນ​ມາ​ປົວ​ພະ​ຍາດ​ໄດ້​ເຂົ້າ​ສູ່​ຂັ້ນ​ຕອນ​ສຸດ​ທ້າ​ຍ

cri
ຕາມ​ຂ່າວ​ສານ​ຊີ​ນ​ຮວາ, ການ​ຄົ້ນ​ຄວ້າ​ວັກ​ແຊງ​ໂລກ​ເອສ​ໄລຍະ​ທີ1 ເທື່ອ​ທຳ​ອິດ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ຂັ້ນ​ຕອນ​ສຸດ​ທ້າ​ຍ, ວັນ​ທີ17​ກັນຍາ, ຜູ້​ອາ​ສາ​ສະ​ໝັກ​15​ຄົນ​ງວດ​ສຸດ​ທ້າ​ຍ​ໄດ້​ສັກ​ຢາ​ວັກ​​ແຊງ​ໂລກ​ເອສ​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​​ເອົາ​ເອງ​ຢູ່​ສູນ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ເຂດ​ກວງ​ຊີ.

ຕາມ​​ໄດ້​ຊາບ, ການ​ຄົ້ນ​ຄວ້າ​​ໃຊ້​ວັກ​ແຊງ​ໂລກ​ເອສ​ໄລຍະ​ທີ1​ມາ​ປົວ​ພະ​ຍາດ​ໄດ້ເລີ່​ມ​ຕົ້ນ​ເມື່ອ​ເດືອນ​ມີນາ​ປີ​ນີ້, ຜູ້​ອາສາ​ສະໝັກ​49​ຄົນ​ໄດ້​ສັກ​ຢາ​ວັກ​ແຊງ​​ໂດຍ​ແບ່ງ​ອອກ​ເປັນ​ຈຸ. ປັດ​ຈຸບັນ, ການ​ຄົ້ນ​ຄວ້າ​ໃຊ້​ຢາ​ວັກ​ແຊງ​ໂລກ​ເອສ​ໄລຍະ​ທີ1​ມາປົວ​ພະ​ຍາດ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ, ຜູ້​ອາສາ​ສະໝັກ​ທີ່​ໄດ້​ສັກ​ຢາ​ວັກ​ແຊງ​ນັ້ນ​ບໍ່​​ໄດ້​ປະກົດມີ​ອາ​ການ​ແພ້​. ຮອດ​ເດືອນ​ມິຖຸນາ​ປີ​2006, ພາຍ​ຫຼັງ​ສັງ​ເກດ​ຜູ້​ອາສາ​ສະໝັກ​ທັງ​ໝົດ​ທີ່​ໄດ້​ສັກ​ຢາວັກ​ແຊງ​ແລ້ວ​, ຈະ​ໄດ້​ຮັບ​ຂໍ້​ມູນ​ຕົວ​ຈິງທີ່​ຈະສະ​ໜອງ​ຫຼັກ​ອ້າງ​ທາງ​ວິທະ​ຍາສາດ​ໃຫ້​ແກ່​ການ​ຄົ້ນ​ຄວ້າ​ຈະ​​ເຂົ້າ​ສູ່​ການ​ທົດ​ລອງ​ໄລ​ຍະ​ທີ2​ໄດ້​ຫຼື​ບໍ່.