|
 |
(GMT+08:00)
2005-09-12 20:32:24
|
 |
ຈີນເປີດເຜີຍຍອດຈຳນວນຄົນເສຍຊີວິດຍ້ອນໄພທຳມະຊາດ
cri
Author: cai
ຕາມຂ່າວສານຊິນຮວາ:ວັນທີ 12 ກັນຍາ,ນັກຂ່າວໄດ້ຊາບຈາກງານຖະແຫຼງຂ່າວທີ່ກົມຮັກສາຄວາມລັບແຫ່ງຊາດຈີນແລະກະຊວງການປົກຄອງແລະປະຊາສົງເຄາະຈີນຮ່ວມກັນຈັດຂຶ້ນຢູ່ປັກກິ່ງວ່າ,ແຕ່ເດືອນສິງຫາປີນີ້ເປັນຕົ້ນໄປ,ຈີນເລີ່ມເປີດເຜີຍຍອດຈຳນວນຄົນເສຍຊີວິດຍ້ອນໄພທຳມະຊາດແລະເອກະສານທີ່ກ່ຽວຂ້ອງ.
ທ່ານເສີນຢົງເຊີ້ ໂຄສົກກົມຮັກສາຄວາມລັບແຫ່ງຊາດຈີນເວົ້າວ່າ,ແຕ່ກ່ອນ,ຈີນຖືຍອດຈຳນວນຄົນເສຍຊີວິດຍ້ອນໄພທຳມະຊາດເປັນຄວາມລັບແຫ່ງຊາດ.ຄຽງຄູ່ກັບການປະຕິຮູບແລະໄຂປະຕູສູ່ພາຍນອກລົງສູ່ລວງເລິກແລະການພັດທະນາຂອງພາລະກິດຫຼຸດໄພ,ການກະທຳດັ່ງກ່າວບໍ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈີງຂອງວຽກງານກູ້ໄພ,ທັງບໍ່ສອດຄ່ອງກັບການກະທຳທົ່ວໄປຂອງປະຊາຄົມໂລກ.
ໂຄສົກຜູ້ນີ້ເວົ້າວ່າ,ການເປີດເຜີຍເລື່ອງນີ້,ຈະມີຜົນປະໂຫຍດຕໍ່ການຊຸກຍູ້ການເປີດເຜີຍວຽກງານການປົກຄອງຂອງອົງການປົກຄອງ,ມີຜົນປະໂຫຍດຕໍ່ການຮັບປະກັນໃຫ້ປະຊາຊົນມີສິດຮູ້ຂ່າວ,ຍັງມີຜົນປະໂຫຍດຕໍ່ການຍົກສູງສະຕິຫຼຸດໄພຂອງທົ່ວປວງຊົນ.
|
|
|