|
 |
(GMT+08:00)
2005-09-11 19:18:53
|
ວັກແຊງໂລກເອສທີ່ຈີນຜະລິດໄດ້ສຳເລັດການສັງເກດໃນການໃຊ້ປົວພະ ຍາດໄລຍະທີ1ງວດທຳອິດ
cri
ຕາມຂ່າວສານຊີນຮວາ, ຫວ່າງມໍ່ໆນີ້,ຜູ້ອາສາສະໝັກ8ຄົນທີ່ໄດ້ສັກວັກແຊງໂລກເອສທີ່ຄົ້ນຄວ້າຜະລິດຢູ່ຈີນໄດ້ຮັບການເອົາເລືອດແລະກວດຮ່າງກາຍເທື່ອສຸດທ້າຍຢູ່ສູນປ້ອງກັນຄວບຄຸມພະຍາດຂອງເຂດກວງຊີ. ສຸຂະພາບແລະຕົວເລກຄາດໝາຍເຄມີຊີວະຊາດຂອງຜູ້ອາສາສະໝັກເປັນປົກກະຕິທັງໝົດ, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ, ສັງເກດການໃຊ້ວັກແຊງໂລກເອສປົວພະຍາດໄລຍະທີ1ງວດທຳອິດໄດ້ສຳເລັດໜ້າທີ່ຢ່າງຈົບງາມ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງສູນຄວບຄຸມພະຍາດກວງຊີແນະນຳວ່າ, ຜູ້ອາສາສະໝັກງວດນີ້ແມ່ນສັກວັກແຊງໂລກເອສທີ່ຈີນຜະລິດເອງໃນວັນທີ12 ມີນາປີນີ້. ນັບມາຮອດປັດຈຸບັນ, 8ຄົນນີ້ບໍ່ໄດ້ມີອາການແພ້ຮ້າຍແຮງ,ຕົວເລກຄາດໝາຍທາງເຄມີຊີວະຊາດເປັນປົກກະຕິທຸກລາຍ.
|
|
|