ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-07 17:24:12    
ແຂວງ​ຢຸນ​ນານ​ຈະ​ຍ້າຍ​ແລະ​ອົບ​ຮົມ​ແຮງ​ງານ​ເຂດ​ທຸກ​ຈົນ2ລ້ານ​ຄົນ​ກ່ອນ​ປີ​2010

cri Author: cai
ຕາມ​ຂ່າວ​ສານຊິນ​ຮວາ:ວັນ​ທີ 7 ກັນຍາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ແຂວງ​ຢຸນນານ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ວ່າ,​ແຕ່​ປີ 2005 ຫາ​ປີ 2010,​ແຂວງ​ຢຸນນານ​ຈະ​ຍ້າຍ​ແລະ​ອົບຮົມ​ແຮງ​ງານເຂດ​ທຸກ​ຈົນ2ລ້ານ​ຄົນ​.

ແຂວງ​ຢຸນນານ​ແມ່ນ​ແຂວງ​ທີ່​ຖື​ກະສິກຳ​ເປັນ​ຫຼັກ,​ແລະ​ກໍ່​ແມ່ນ​​ແຂວງ​ໜຶ່ງ​ທີ່​ທຸກ​ຈົນ​ກວ່າ​ໝູ່​ຂອງ​ຈີນ,​ແຮງ​ງານ​ເຫຼືອ​ຢູ່​ຊົນນະບົດ​ມີ​ຈຳນວນ​ຫຼວງ​ຫຼາຍ.​ເພື່ອ​ເຮັດ​ໃຫ້​ຊາວກະສິກອນ​ຢູ່ເຂດ​ທຸກ​ຈົນພົ້ນຈາກ​ຄວາມທຸກໂດຍ​ໄວ,​ແກ້​ໄຂ​ບັນຫາກິນ​ອິ່ມ​ນຸ່ງ​ອຸ່ນ,​ແຕ່​ປີ 2001 ​ເປັນ​ຕົ້ນ​ມາ,​ແຂວງ​ຢຸນນານ​ໄດ້​ເລີ່​ມຈັດ​ຕັ້ງ​ຊາວກະສິກອນ​ຢູ່ເຂດ​ທຸກ​ຈົນ​ໄປ​ເຮັດ​ວຽກຢູ່​ຕ່າງ​ແຂວງ​ຢ່າງ​ຂະໜາດ​ໃຫຍ່.

ຕາມ​ໄດ້​ຊາບ,ພຽງ​ແຕ່​ປີ 2001 ຫາ​ປີ 2004,ນັບ​ລວມ​ແລ້ວ,ຊາວກະສິກອນທີ່​ໄປ​​ເຮັດ​ວຽກຢູ່​ຕ່າງ​ແຂ​ວງ​ໄດ້ຝາກ​ເງິນ​​ກັບ​ບ້ານ​ເກີນ 600 ລ້ານ​ກວ່າ​ຢວນ,ອັນ​ໄດ້​ແກ້​ໄຂ​ບັນຫາ​ກິນ​ອິ່ມ​ນຸ່ງ​ອຸ່ນ​ຂອງ​ຊາວກະສິກອນ​ແລະ​ຄອບຄົວ​ຢ່າງ​ບັງ​ເກີດ​ຜົນ.