ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-05 11:32:06    
ຄົນ​ຕ່າງ​ປະ​ເທດ​ນັບ​ມື້​ນັບ​ຫຼາຍ​ນິ​ຍົມ​ຮຽນ​ພາ​ສາ​ຈີນ

cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ກອງ​ປະຊຸມ​ພາສາຈີນຂອງ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງ​ປະຊຸມ​ເທື່ອ​ນີ້​ວ່າ,ປະຈຸ​ບັນ,ຄົນ​ຕ່າງປະ​ເທດ​ນັບ​ມື້​ນັບ​ຫຼາຍ​ໄດ້​ຮຽນ​ພາສາ​ຈີນ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ.

ພາສາ​ຈີນ​ແມ່ນໜຶ່ງ​ໃນ​ພາສາ​ທີ່ມີ​ຄົນ​ໃຊ້​ຫຼາຍ​ກວ່າ​ໝູ່​ໃນ​ໂລກ.​ໃນ​ຫຼາຍ​ປີ​ມາ​ນີ້,ຄຽງ​ຄູ່​ກັບ​ຈີນ​ໄດ້​​ເປີດ​ປະຕູ​ສູ່​ພາຍ​ນອກ​ຕື່ມ​ອີກ​ແລະ​ເສດຖະກິດ​ໄດ້​ພັດ​ທະ​ນາ​ຢ່າງ​ສືບ​​ເນື່ອງ​ແລະ​ໄວວາ.ການໄປມາຫາ​ສູ່​ ​ແລະ​ຕິດ​ຕໍ່​ພົວພັນ​ກັນ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​ນັບ​ມື້​ນັບ​ກວ້າງ​ຂວາງ​ແລະ​ລົງ​ສູ່​ລວງ​ເລິກ​ເຊິ່ງ.ພາສາ​ຈີນ​​ໃນ​ຖານ​ເປັນ​ພາ​ຫະ​ນະ​ສຳ​ຄັນ​ສຳ​ລັບ​ມວນ​ຊົນ​ບັນດາ​ປະ​ເທດ​ຊອກ​ຮູ້​ຈີນ,ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດ​ຖະ​ບານ​ແລະ​ອົງ​ການ​ການ​ສຶກສາ​ຂອງ​ຫຼາຍໆ​ປະ​ເທດ.

ໃນ​ຄົນ​ຕ່າງປະ​ເທດ​ທີ່​ຮຽນ​ພາສາ​ຈີນ,ຄົນຢູ່​ປະ​ເທດ​ອ້ອມ​ຂ້າງ​ຂອງ​ຈີນ​ເຊັ່ນ,​ຫວຽດ​ນາມ,​ໄທ,​ສ.​ເກົາ​ຫຼີ,ຍີ່​ປຸ່ນ​ເປັນ​ຕົ້ນ​​ຫຼາຍ​ກວ່າໝູ່.ການ​ຮຽນ​ພາສາ​ຈີນ​ແມ່ນ​ນິ​ຍົມ​ກັນ​ຫຼາຍ​ຢູ່​ປະ​ເທດ​ເຫຼົ່າ​ນີ້.

ທ່ານ​ວູມິນ​ທວນ ​ເຈົ້າ​ໜ້າ​ທີ່ກະຊວງ​ສຶກສາອົບຮົມຂອງຫວຽດ​ນາມ​ຊີ້​ອອກ​ວ່າ,​ຊາວ​ໜຸ່ມ​ຫວຽດ​ນາມ​ຈຳ​ນວນ​ຫຼວງ​ຫຼາຍ​ນິ​ຍົມ​ຮຽນ​ພາ​ສາ​ຈີນ.​ທ່ານ​ກ່າວ​ວ່າ:​"ປັນ​ຈຸ​ບັນ,​ນັກ​ຮຽນ​ຫວຽດ​ນາມ​ນິ​ຍົມ​ຮຽນ​ພາ​ສາ​ຈີນ​ທີ່​ສຸດ.​ນອກ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແລ້ວ,​ຍັງ​ມີ​ສູນ​ພາ​ສາ​ຈີນ​ຫຼາຍໆ​ແຫ່ງ​ໄດ້​ຕັ້ງ​ຫຼັກ​ສູດ​ສອນ​ພາ​ສາ​ຈີນ.​ນັກ​ຮຽນ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ ​ໃຊ້​​ເວລາ​ຫວ່າງ​ມາ​ຮຽນ​ພາ​ສາ​ຈີນ."

ທີ່​ຈິງ​ແລ້ວ,ບໍ່ສະ​ເພາະແຕ່ຢູ່​ຫວຽດນາມ​ເທົ່າ​ນັ້ນ,​ໃນທົ່ວ​ອາຊີ​ອາ​ຄະ​ເນ,ມວນ​ຊົນ​ລ້ວນ​ແຕ່​ມີ​ຄວາມ​ຫ້າວຫັນ​ຫຼາຍ​ທີ່​ສຸດໃນ​ການ​ຮຽນ​ພາສາ​ຈີນ.​ມະ​ຫາ​ວິ​ທະ​ຍາ​ໄລ,​ໂຮງ​ຮຽນ​ມັດ​ທະ​ຍົມ​ແລະ​ປະ​ຖົມ​ຫຼາຍ​ໆ​ແຫຼ່ງລ້ວນ​ແຕ່​ໄດ້​ຕັ້ງ​ຫຼັກສູດ​ສອນ​ພາ​ສາ​ຈີນ,​ອົງ​ການ​ອົບ​ຮົມ​ທາງ​ສັງ​ຄົມ​ຈຳ​ນວນ​ໜຶ່ງ​ກໍ​ໄດ້​ເຂົ້າ​ຮ່ວມ​ຖັນ​​ແຖວ​ດຳ​ເນີນ​ການ​ສິດ​ສອນ​ພາ​ສາ​ຈີນ.​ຕາມ​ສະ​ຖິ​ຕິ,​ປັດ​ຈຸ​ບັນ,​ຈຳ​ນວນ​ຄົນ​ທີ່​ຮຽນ​ພາສາ​ຈີນ​ຢູ່​ອາຊີ​ອາ​ຄະ​ເນ​ມີ​ປະ​ມານ​1​ລ້ານ​6​ແສນ​ຄົນ.

ຢູ່ສ.​ເກົາຫຼີ​ແລະ​ຍີ່​ປຸ່ນທີ່​ຢູ່​ອາຊີ​ຕາ​ເວັນ​ອອກ,​ ​ມີ​ຄົນ​ຮຽນ​ພາສາ​ຈີນ​ຢ່າງ​ຫຼວງ​ຫຼາຍ​ຕະ​ຫຼອດ​ມາ.ຢູ່ສ.​ເກົາຫຼີ​ ​ມີ​ມະ​ຫາ​ວິທະຍາ​ໄລ​ເກືອບ​200​ຫຼັງ​ໄດ້ ​ຕັ້ງ​ຫຼັກ​ສູດ​ສອນ​ພາ​ສາ​ຈີນ,​ພາ​ສາ​ຈີນ​ໄດ້​ຖືກ​ຈັດ​​ເຂົ້າ​ເປັນ​ວິຊາ​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ຢ່າງ​ເປັນ​ທາງ​ການ.​ປັດ​ຈຸ​ບັນ,​ຢູ່​ຍີ່​ປຸ່ນ​ມີ​2​ລ້ານ​ກວ່າ​ຄົນ​ຮຽນ​ພາ​ສາ​ຈີນ, ໃນ​ເກືອບ​20​ປີ​ມາ​ນີ້,​ຈຳ​ນວນ​​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ​ທີ່​ຕັ້ງ​ຫຼັກ​ສູດ​ສອນ​ພາ​ສາ​ຈີນ​ໄດ້​ເພີ່ມ​ຂຶ້ນ​10​ເທົ່າ​.

ພາຍຫຼັງ​ໄດ້​​ຊອກຮູ້​ສະພາບ​ການ​ຮຽນ​ພາສາ​ຈີນ​ຂອງ​ຄົນ​ອາຊີ​ແລ້ວ,​ພວກ​ເຮົາ​ມາ​ເບິ່ງ​ວ່າ,​ພາ​ສາ​ຈີນ​ມີ​ຜົນ​ສະທ້ອນ​​ແນວ​ໃດ​ຢູ່ເອີ​ລົບ.

ນາງ​ເຄີ​ສະຕິ​ນ ສະ​ທອມ ​ແມ່ນ​ນັກ​ສຶກສາ​ຜູ້​ໜຶ່ງ​ຂອງ​ມະຫາວິທະຍາ​ໄລ​ມິນ​ສະ​ເຕນ​ແຫ່ງ​ເຢຍ​ລະ​ມັນ.​ໃນ​ຍາມ​ຮຽນ​ຢູ່​ມັດທະຍົມ​ປາຍ,ນາງ​ກໍ ​ສົນ​ໃຈ​ນຳ​ພາ​ສາ​ຈີນ​ແລະ​ຈີນ​ຫຼາຍ​ທີ່​ສຸດ.​ແຕ່​ໃນ​ຄາວ​ນັ້ນ,​ໂຮງຮຽນ​ມັດທະຍົມ​ປາຍ​ຂອງ​ນາງ​ຍັງ​ບໍ່​ທັນ​ໄດ້​ຕັ້ງ​ຫຼັກ​ສູດ​ສອນ​ພາສາ​ຈີນ,​ສະ​ນັ້ນ,​ຄວາມ​ປາ​ຖະໜາ​ຢາກ​ຮຽນ​ພາສາ​ຈີນ​ຂອງ​ນາງ​ ​ບໍ່​ໄດ້​ຮັບ​ການ​ຕອບ​ສະໜອງ.​ພາຍ​ຫຼັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ແລ້ວ,ນາງ ເຄີ​ສະຕິ​ນ​ໄດ້​​ເລືອກ​ຮຽນ​ວິ​ຊາ​ພາ​ສາ​ຈີນ​ຢ່າງ​ສົມ​ຫວັງ.​ເມື່ອ​ໄດ້​ຮຽນ​ພາ​ສາ​ຈີນ​​ມາ4ປີ​ແລ້ວ,ດຽວ​ນີ້​ນາງ​ສາ​ມາດ​ລົມ​ກັບ​ຜູ້​ອື່ນ​ດ້ວຍ​ພາ​ສາ​ຈີນ​ຢ່າງ​ຫຼ່ຽນ​​ໄຫຼ.​ນາງ​ບອກ​ນັກ​ຂ່າວ​ວ່າ,ການ​ຮຽນ​ພາສາ​ຈີນ​ແມ່ນ​ການ​​ຄັດ​​ເລືອກ​ທີ່​ສະ​ຫຼາດ​.

"ດຽວ​ນີ້,ຢູ່​ຈີນ​ມີ​ໂອກາດ​ຢ່າງ​ຫຼວງ​ຫຼາຍ,​ຫຼາຍ​ບໍ​ລິ​ສັດ​ຂອງ​ເຢຍ​ລະ​ມັນ​ລ້ວນ​ແຕ່​​ໄດ້​ຕັ້ງ ​ສາ​ຂາ​ຢູ່​ຈີນ.ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​​ເຢຍ​ລະ​ມັນ​ກັບ​ຈີນ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຂຶ້ນ.​ສະ​ນັ້ນ,​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຮຽນ​ພາ​ສາ​ຈີນ​ຈະມີ​ຜົນ​ດີ​ຕໍ່​ການ​ຫາ​ວຽກ​ເຮັດ​ງານ​ທຳ."

ນາງ ເຄີ​ສະຕິ​ນ ກ່າວ​ວ່າ,ປັດຈຸບັນ,ຢູ່​ເຢຍລະມັນ,ຈຳນວນ​ຄົນ​ຮຽນ​ພາສາ​ຈີນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.​ໃນ​ຍາມ​ນາງ​ຫາ​ກໍ່​ເຂົ້າ​ມະ​ຫາ​ວິທະ​ຍາ​ໄລ,ຫ້ອງ​ພາ​ສາ​ຈີນ​ມີ​ແຕ່​ນັກ​ສຶກ​ສາ​ຫ້ອງ​ລະ​10​ຄົນ​ເທົ່າ​ນັ້ນ,​ແຕ່​ປັດຈຸບັນ​ ​ຫ້ອງ​ໃດ​ກໍ​ມີ40​ຄົນ​ແລ້ວ.

ຢູ່​ປະ​ເທດ​ອື່ນໆ​ໃນ​ເອີ​ລົບ,ການ​ສອນ​ພາສາ​ຈີນ​ກໍ​ພວມ​ໄດ້​ຮັບ​ການ​ເຜີຍ​ແຜ່​,ຕົວ​ຢ່າງ​ຄື,​ປັດ​ຈຸ​ບັນ,​ຢູ່​ຝະຣັ່ງມີ3​ໝື່ນ​ຄົນ​ພວມ​ຮຽນ​ພາ​ສາ​ຈີນ,​ເປັນ​ທີ​ໜຶ່ງ​ໃນ​ເອີ​ລົບ.​ອັງ​ກິດ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ໄດ້​ຮ່ວມ​ມື​ຮຽບ​ຮຽງ​​ແບບ​ຮຽນ​ພາ​ສາ​ຈີນ​ສຳ​ລັບ​ໂຮງ​ຮຽນ​ມັດ​ທະ​ຍົມ.​ຢູ່​ຣັດ​ເຊຍ,​ຜູ້​ມີ​ຄວາມ​ສາມາດ​ດ້ານ​ພາ​ສາ​ຈີນ ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາຍ. ​ຫຼາຍໆ ບໍ​ລິ​ສັດ ​ ​ຍິນ​ດີ​ໃຫ້​ເງິນ​ເດືອນ​ສູງ​ເພື່ອ​ຍາດ​​ແຍ່ງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ພາ​ສາ​ຈີນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເປັນ​ຕົ້ນ.

ຢູ່ອາ​ເມ​ລິ​ກາ​​ທີ່​ມີມະຫາ​ສະໝຸດ​ປາຊີ​ຟິກຂັ້ນ​ກັບ​ຈີນ,ປັດຈຸບັນ, ພາສາ​ຈີນ​ໄດ້​ກາຍ​ເປັນ​ພາ​ສາ​ຕ່າງ​ປະ​ເທດ​ທີ່​ມີ​ຄົນ​ຮຽນ​ເພີ່ມ​ຂຶ້ນ​​ໄວກວ່າ​ໝູ່.ທ່າ​ນຄາ​ສຕັນ ​ແຄ​ເປີ​ຕັນ ປະ​ທານ​ສະ​ພາ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ລິ​ກາ​ກໍ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ພາ​ສາ​ຈີນ​ຂອງ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ປັ​ກ​ກິ່ງ.​ທ່ານ​ກ່າວ​ວ່າ,ຢູ່ອາ​ເມ​ລິ​ກາ​ໄດ້​ມີ​ມະ​ຫາ​ວິ​ທະ​ຍາ​ໄລ​ເກືອບ​30​%​ໄດ້​ຕັ້ງ​ຫຼັກ​ສູດ​ສອນ​ພາ​ສາ​ຈີນ​ແລ້ວ.​ຊອບ​ແວ​ສອນ​ພາສາ​ຈີນ​ທີ່​ລັດ​ຖະ​ບານ​ຈີນ​ອາ​ເມ​ລິ​ກາ​ຮ່ວມ​ກັນ​ພັດ​ທະ​ນາ​ນັ້ນ​ໄດ້​ຜ່ານ​ຈາກ​ອິນ​ເຕີເນັດ​​ເຂົ້າ​ສູ່​​ໂຮງຮຽນ​​ປະຖົມ​ແລະ​ມັດ​ທະ​ຍົມ​ຂອງ​ອາ​ເມ​ລິ​ກາ​ແລ້ວ.​ທ່ານ​ກ່າວ​ວ່າ:

"ພວກ​ຂ້າພະ​ເຈົ້າ​ພວມ​ສຸມກຳລັງ​ເຂົ້າ​ໃນ​ວຽກ​ງານ​​ທີ່ພິ​ເສດ​ທີ່​ສຸດ,ຄື​ເຜີຍ​ແຜ່​ພາ​ສາ​ຈີນ​ຢູ່​​ໂຮງ​ຮຽນ​ປະຖົມ​,ມັດທະຍົມ​ແລະ​ມະຫາວິທະຍາ​ໄລ​ຂອງ​ອາ​ເມ​ລິ​ກາ,​ໃຫ້​ພວກ​ນັກ​ຮຽນ​ນັກ​ສຶກ​ສາ​ຮຽນ​ຮູ້​ວັດ​ທະ​ນະ​ທຳ​ຈີນ.​ຂ້າ​ພະ​ເຈົ້າ​ຍິນ​ດີ​ກ່າຍ​ຂົວ​ສະ​ພານ​ແຫ່ງ​ການ​ແລກ​ປ່ຽນ​ແລະ​ຕິດ​ຕໍ່​ພົວ​ພັນ​ກັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ."

ຜ່ານ​ຈາກ​ການ​ແນະນຳ​ດັ່ງ​ກ່າວ,​ທ່ານ​ອາດ​ຈະ​ເຂົ້າ​ໃຈ​ໃນ​ລະ​ດັບ​ໃດ​ໜຶ່ງ​ຕໍ່​ສະ​ພາບ​ການ​ພັດ​ທະ​ນາ​​ໃນ​ທົ່ວ​ໂລກ​ຂອງ​ການ​ສິດ​ສອນ​ພາ​ສາ​ຈີນ​ແລ້ວ.​ຕາມ​ສະ​ຖິ​ຕິ,​ປັດ​ຈຸ​ບັນ,​ຈຳ​ນວນ​ຄົນ​ທີ່​ຮຽນ​ພາ​ສາ​ຈີນ​ດ້ວຍ​ຮູບ​ການ​ຕ່າງໆ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ໄດ້​ລື່ນ​ກາຍ​30​ລ້ານ​ຄົນ​ແລ້ວ.

ຈຳນວນ​ຄົນ​ທີ່​ຮຽນ​ພາສາ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າ​ງ​ໄວວາ,​ເຮັດ​ໃຫ້​ຫຼາຍໆ​ປະ​ເທດ​ມີ​ຄວາມ​ຕ້ອງ​ການ​​ເພີ່ມ​ຂຶ້ນ​ເລື້ອຍໆ​ໃນ​ການສອນ​ພາສາ​ຈີນ​ແລະ​ຄູ​ສອນ​ພາສາ​ຈີນ.​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ດັ່ງກ່າວ,ຈີນ​ໄດ້​ໃຊ້​ຫຼາຍ​ມາດ​ຕະ​ການ,​ຕົວ​ຢ່າງ​ຄື,​ສ້າງ​ໜ່ວຍ​ນຳພາ​ການ​ສອນ​ພາ​ສາ​ຈີນ​ຕໍ່​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ,​ຮັບ​ຜິດ​ຊອບ​ການ​ປະສານ​ວຽກ​ງານ​ສອນ​ພາສາ​ຈີນ​ຕໍ່​ຕ່າງ​ປະ​ເທດ,​ເພີ່ມ​ການ​ລົງ​ທຶນ​ເທື່ອ​ລະ​ກ້າວ,​ຮຽບ​ຮຽງ​ແລະ​ພິມ​ຈຳ​ໜ່າຍ​ແບບ​ຮຽນ​ພາ​ສາ​ຈີນ​ທີ່​ມີ​ຫຼາຍ​ຮູບ​ແບບ,​ເພີ່ມ​ທະວີ​ການ​ບຳລຸງ​ສ້າງ​ແລະ​ແຕ່ງ​ຄູ​ສອນ​ພາ​ສາ​ຈີນ​ໄປ​ຕ່າງ​ປະ​ເທດ.​ແຕ່ງ​ຄູ​ສອນ​ແລະ​ຜູ້​ອາ​ສາ​ສະ​ໝັກ​ສອນ​ພາ​ສາ​ຈີນ​ໄປ​ປະ​ເທດ​ຕ່າງໆ.​ນອກ​ນີ້,​ຈີນ​ຍັງ​ໄດ້​ຕັ້ງ​ສະ​ຖາ​ບັນ​ຂົງ​ຈື້​27​ແຫ່ງ​ຢູ່​ແຫ່ງ​ຕ່າງໆ​ໃນ​ໂລກ,ສະ​ຖາ​ບັນຂົງຈື້​ເຫຼົ່າ​ນີ້​ໄດ້​ອວ່າຍ​ໜ້າ​ໄປ​ສູ່​ບຸກ​ຄົນ​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ,​ດຳ​ເນີນ​ການ​ສອນ​ພາ​ສາ​ຈີນ​ແລະ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຈີນ.