ຝ່າຍສ.ເກົາຫຼີກ່າວວ່າ,ການເຈລະຈາຫົກຝ່າຍແກ້ໄຂບັນຫານີວເຄຼຍແຫຼມເກົາຫຼີຍັງຕ້ອງມີໄລຍະທາງໄກສົມຄວນ
cri
ຕາມຂ່າວCRI,ວັນທີ1ກັນຍາ,ຢູ່ເຊອຸ່ນ,ທ່ານບານກີມູນ ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າສ.ເກົາຫຼີກ່າວວ່າ,ການເຈລະຈາຫົກຝ່າຍກ່ຽວກັບບັນຫານີວເຄຼຍແຫຼມເກົາຫຼີຈະແກ້ໄຂບັນຫານີວເຄຼຍແຫຼມເກົາຫຼີຢ່າງແທ້ຈິງຍັງຕ້ອງຜ່ານໄລຍະທາງໄກສົມຄວນ.
ໃນເວລາກ່າວປາຖະກະຖາໃນງານອາຫານເຊົ້າໃນວັນທີ1ກັນຍາ,ທ່ານບານກີມູນກ່າວວ່າ,ໃນການເຈລະຈາຫົກຝ່າຍກ່ຽວກັບບັນຫານີວເຄຼຍແຫຼມເກົາຫຼີ,ບັນດາຝ່າຍທີ່ກ່ຽວຂ້ອງບໍ່ພຽງແຕ່ຕ້ອງມີຄວາມເຫັນເປັນເອກະສັນກັນກ່ຽວກັບການເຮັດໃຫ້ແຫຼມເກົາຫຼີປອດນີວເຄຼຍເທົ່ານັ້ນ,ແລະຍັງຕ້ອງແກ້ໄຂບັນຫາຕົວຈິງທີ່ກ່ຽວຂ້ອງກັບບັນຫານີວເຄຼຍແຫຼມເກົາຫຼີ.ໃນກໍລະນີທີ່ໄດ້ສັນຍາກັນໂດຍທົ່ວໄປກ່ຽວກັບການເຮັດໃຫ້ແຫຼມເກົາຫຼີປອດນີວເຄຼຍນັ້ນ,ບັນດາຝ່າຍຢາກຊຳລະບັນຫາປີກຍ່ອຍທັງໝົດໃນຂົງເຂດຕ່າງໆໃຫ້ແລ້ວ,ຍັງຕ້ອງຜ່ານໄລຍະທາງໄກສົມຄວນ.
|
|