ອາຍູສະເລ່ຍຂອງແມ່ຍິງເຂດກວາງຊີຈີນໃນ 10 ປີມານີ້ໄດ້ເພີ່ມຂຶ້ນ 3,8 ປີ
cri
ຕາມຂ່າວສານຊິນຮວາ: ອາຍຸສະເລ່ຍຂອງແມ່ຍິງເຂດກວາງຊີ ພາກຕາເວັນຕົກສຽງໃຕ້ຂອງຈີນໄດ້ຈາກ 70 ປີໃນປີ 1995 ເພີ່ມຂຶ້ນຮອດ 73,8 ປີໃນປີ 2004,ຕົວເລກຄາດໝາຍສຸຂະພາບສອງລາຍເຊັ່ນອັດຕາແມ່ມານຕາຍແລະອັດຕາເດັກອ່ອນຕາຍກໍ່ມີການຫລຸດລົງ.
ຕາມແນະນຳວ່າ,ໃນຫລາຍປີມານີ້,ເຂດກວາງຊີໄດ້ເພີ່ມການລົງທຶນເຂົ້າໃນພາລະກິດສຸຂາພິບານແມ່ແລະເດັກຢ່າງບໍ່ຢຸດຢັ້ງ,ປີ 2001 ຍັງໄດ້ປະກາດໜ້າທີ່ຮັບຜິດຊອບເປົ້າໝາຍແຜນພັດທະນາແມ່ແລະເດັກ,ຖືຊົນນະບົດເປັນຈຸດໜັກ,ປະຕິບັດການຊ່ອຍເຫືຼອແມ່ມານແລະແມ່ອອກລູກຜູ້ທຸກຍາກ.ນອກນີ້,ເຂດກວາງຊີຍັງໄດ້ເພີ່ມທະວີວຽກງານປ້ອງກັນປິ່ນປົວໂຣກເອດແລະການສຳຫລວດແລະປິ່ນປົວໂຣກແມ່ຍິງ,ອັນໄດ້ຍົກລະດັບສຸຂະພາບຂອງແມ່ຍິງໃຫ້ສູງຂຶ້ນ.
|
|