ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-14 18:00:25    
ຣັດ​ເຊຍ​ເຫັນ​ວ່າການ​ສົນ​ທະ​ນາ​ແມ່ນ​ທາງ​ອອກ​ໜຶ່ງ​ດຽວ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 14 ສິງຫາ, ທ່ານ​ກົງ​ສະຕັນ​ຕິນ ພູລິ​​ຄົຟສະ​ກີ ຜູ່​ຕາງ​ໜ້າ​ທີ່​ມີ​ອຳນາດ​ເຕັມ​ຂອງປະ​ນາ​ທິບໍດີຣັດ​ເຊຍ​ປະຈຳ​​ສະຫະພັນເຂດ​ຕາ​ເວັນ​ອອກ​ໄກກ່າວ​ວ່າ, ການ​ສົນ​ທະ​ນາ​ສັນ​ຕິພາບ​ທີ່​ມີ​ຄວາມ​ອົດ​ທົນ​ແລະ​ມີ​ລັກສະນະ​ສ້າງສັນ ​ແມ່ນ​ທາງ​ອອກ​ພຽງ​​ເສັ້ນ​ດຽວ​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ, ຝ່າຍຣັດ​ເຊຍ​ຈະ​ເອົາ​ໃຈ​ໃສ່​ນຳ​ການ​ຂະ​ຫຍາຍ​ຕົວ​ຂອງ​ສະຖານະ​ການ​ຢ່າງ​​ໃກ້ຊິດ.

ຕາມ​ຂ່າວ​ແຈ້ງ​ວ່າ, ທ່ານ​ພູ​ລີ​ຄົຟສະ​ກີ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວຕໍ່​ສື່​ມວນ​ຊົນ​ໃນ​ເວ​ລາ​ອອກ​ເດີນທາງ​ໄປສ.ປ.ປ.​ເກົາຫຼີ​​ເພື່ອເຂົ້າຮ່ວມການ​ເຄື່ອນ​ໄຫວລະ​ລຶກ​ແຫຼມ​ເກົາ​ຫຼີ​ພົ້ນ​ຈາກ​ການ​ປົກຄອງ​ແບບລ່າ​ເມືອງ​ຂຶ້ນຂອງ​ຍີ່ປຸ່ນ​ຄົບຮອບ 60 ປີ. ທ່ານ​ພູ​ລີ​ຄົຟສະ​ກີ​​ໄປ​ຢາມ​ສ.ປ.ປ.​ເກົາ​ຫຼີ​ເທື່ອ​ນີ້ ຍັງ​ຈະ​ມອບ​ຈົດໝາຍ​ຂອງ​ທ່ານ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ໃຫ້​ທ່ານ​ກິມ​ເຈິ​ງອິນ ຜູ່​ນຳ​ສ.ປ.ປ.​ເກົາ​ຫຼີ ຊົມ​ເຊີຍ​ເກົາຫຼີກອບ​ກູ້​ເອົາ​ດິນ​ແດນ​ຄືນ​ມາ​ຄົບຮອບ 60 ປີ.