ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-08 16:41:27    
ຢູ່ເຂດ​ຊານ​ເມືອງ​ເສິນ​ຢາງ​ບໍ່​ມີ​ຜູ່​ຕິດ​ເຊື້ອ​ພະ​ຍາດ​ອານ​ແທຼກ​ຜູ່​ໃໝ່ 7 ມື້​ລຽນ​ຕິດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ນັບ​ມາ​ຮອດ 21 ​ໂມງ​ວັນ​ທີ 7 ສິງຫາ, ສະພາບ​ພະຍາດ​ອານ​ແທຼກ​ຫຼື (anthrax) ທີ່​ເກີດ​ຂຶ້ນຢູ່​ເມືອງ​ນ້ອຍຕ້າ​ມິນຖຸ​ນທີ່​ຢູ່​ຊານ​ເມືອງ​ເສິນ​ຢາງ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນຢ່າງ​ກະທັນຫັນ ບໍ່​​ມີ​ຜູ່​ຕິດ​ເຊື້ອ​ພະຍາດ​ດັ່ງກ່າວຜູ່​ໃໝ່ 7 ມື້​ລຽນຕິດ. ລະ​ບຽບ​ການ​ຜະ​ລິດ​ແລະການ​ດຳລົງ​ຊີວິດຂອງ​ໄທ​ເມືອງ​ຢູ່​ແຫ່ງ​ນັ້ນ​​ເປັນ​ປົກກະຕິ.

ຕາມ​ພາກສ່ວນ​ທີ່​ກ່ຽວຂ້ອງຂອງທ້ອງ​ຖິ່ນ​ແນະນຳ​ວ່າ, ປະຈຸ​ບັນ ຜູ່​ຕິດ​ເຊື້ອ​ພະຍາດ​ອານ​ແທຼກ 11 ຄົນ​ໄດ້​ຖືກ​ປົວ​ດີ​ໂດຍ​ພື້ນຖານ​ແລ້ວ, ດຽວ​ນີ້​ຍັງ​ເຕົ້າ​ໂຮມກັນ​ຢູ່​ໂຮງໝໍ​ທ້ອງ​ຖິ່ນ​ນັ້ນ, ກັກ​ກັນ​ເພື່ອ​ສັງ​ເກດ.

ວັນ​ທີ 29 ກໍ​ລະ​ກົດ, ຢູ່​ເມືອງ​ນ້ອຍຕ້າ​ມິນຖຸນ​ໄດ້​ເກີດມີພະຍາດ​ອານ​ແທຼກ. ປະຈຸ​ບັນ ນັບ​ລວມ​ແລ້ວ ​ໄດ້​ລາຍ​ງານ​ມີ​ 12 ຄົນ​ຕິດ​ເຊື້ອ​ພະຍາດ​ດັ່ງກ່າວ, ​ໃນ​ນັ້ນມີ​ຜູ່​ຊາຍ​ຜູ່​ໜຶ່ງ​ເສຍ​ຊີວິດ.