ວັກແຊງຊາສ໌ອີກຊະນິດໜຶ່ງຂອງຈີນໄດ້ຮັບອະນຸມັດຄົ້ນຄ້ວາໃນການປິ່ນປົວ
cri
ຕາມຂ່າວສານຊິນຮວາ: ວັນທີ 6 ສິງຫາ,ນັກຂ່າວໄດ້ຊາບຈາກກົມຕິດຕາມຄຸ້ມຄອງເຄື່ອງກິນແລະຢຸກຢາແຫ່ງຊາດຈີນວ່າ,ຫວ່າງມໍ່ໆນີ້,ວັກແຊງຊາສ໌ທີ່ຄົ້ນຄ້ວາຜະລິດໃໝ່ໄດ້ຮັບອະນຸມັດຄົ້ນຄ້ວາໃນການປິ່ນປົວ,ນີ້ກໍ່ແມ່ນວັກແຊງຊາສ໌ຊະນິດທີສາມຂອງຈີນທີ່ໄດ້ຮັບອະນຸມັດເຂົ້າໃນການຄົ້ນຄວ້າການປິ່ນປົວ.
ຕາມແນະນຳວ່າ,ກ່ອນໜ້ານີ້,ວັກແຊງຊາສ໌ຊະນິດນີ້ໄດ້ສຳເລັດການທົດລອງກ່ອນການປິ່ນປົວແລ້ວ,ແລະໄດ້ຮັບຜົນອັນດີງາມໃນການທົດລອງກັບສັດ.ພາຍຫລັງວັກແຊງດັ່ງກ່າວໄດ້ຮັບອະນຸມັດເຂົ້າໃນການຄົ້ນຄ້ວາໃນການປິ່ນປົວໄລຍະທີໜຶ່ງແລ້ວ,ພະນັກງານຄົ້ນຄວ້າຈະສຳຫລວດຄວາມປອດໄພຂອງມັນໂດຍຕົ້ນຕໍ.
|
|