ພາກໃຕ້ໄຕ້ຫວັນປະກົດເຫັນຜູ້ຖືກສົງໄສຕິດເຊື້ອໂຣກເມລິໂອໂດຊິສ
cri
ຕາມຂ່າວສານຊິນຮວາ,ຫວ່າງມໍ່ໆນີ້,ຢູ່ພາກໃຕ້ຂອງໄຕ້ຫວັນໄດ້ມີຂ່າວສົ່ງອອກມາຕາມໆກັນວ່າມີ16ຄົນຖືກສົງໄສໄດ້ຕິດເຊື້ອໂຣກ ເມລິໂອໂດຊິສ(melioidosis),ປັດຈຸບັນໄດ້ມີ6ຄົນເສຍຊີວິດ.
ຕາມໄດ້ຊາບ, ເມລິໂອໂດຊິສແມ່ນພະຍາດຕິດແປດລະຫວ່າງຄົນແລະສັດ,ຕົ້ນຕໍແມ່ນຕິດເຊື້ອຈາກດິນແລະນ້ຳໃນສິ່ງແວດລ້ອມ,ແຖບຮ້ອນເຊັ່ນອາຊີອາຄະເນແລະພາກເໜືອທະວີບໂອຊີອານີເປັນຕົ້ນແມ່ນເຂດແຄວ້ນແຜ່ລະບາດສຳຄັນ. ເມລິໂອໂດຊິສສ່ວນຫຼາຍແມ່ນທຳລາຍປອດ,ອັດຕາການຕາຍສູງເຖິງ30%ຫາ90%.
|
|