ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-31 18:02:19    
ຮົງ​ກົງ​ໃຊ້​ຫຼາຍ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ສະ​ເຕຼ​ປ​ໂຕ​ໂຄ​ຄັສ​ຊຸຍ​ສ໌​ຂອງ​ໝູ

cri
ຕາມ​ຂ່າວສານ​ຊິນຮວາ,ໜ່ວຍ​ງານ​ຂ້າມ​ພາກສ່ວນ​ໜ່ວຍ​ໜຶ່ງ​ຂອງ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໄດ້​ຈັດ​ກອງ​ປະຊຸມ​ໃນ​ວັນ​ທີ30​ກໍລະກົດ,ຄົ້ນຄວ້າ​ສະພາບ​ຫຼ້າ​ສຸດ​ກ່ຽວ​ກັບ​ຄົນ​ຕິດ​ພະຍາດສະ​ເຕຼ​ປ​ໂຕ​ໂຄ​ຄັສຊຸຍ​ສ໌(streptococcus suis)ຂອງ​ໝູ,​ແລະ​ຕົກລົງ​​ໃຊ້​ຫຼາຍ​ມາດ​ຕະການ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ພະຍາດ​ດັ່ງກ່າວ.

ວັນ​ທີ30​ກໍລະກົດ,ຮົງ​ກົງ​ໄດ້​ລາຍ​ງານ​ວ່າ​ມີ​ອີກ​ຜູ້​ໜື່ງ​ໄດ້​ຕິດ​ພະ​ຍາດ​ສະ​ເຕຼ​ປ​ໂຕ​ໂຄ​ຄັສ​ຊຸຍ​ສ໌​ຂອງ​ໝູ,ນີ້​ເຮັດ​ໃຫ້​ຈຳນວນ​ຄົນ​ຕິດພະຍາດສະ​ເຕຼ​ປ​ໂຕ​ໂຄ​ຄັສ​ຊຸຍ​ສ໌​ຂອງ​ໝູ​ແຕ່​ເດືອນ​ພຶດ​ສະ​ພາ​ປີ​ກາຍ​ມາ​ຮອດ​ປັດຈຸບັນ​ໄດ້​ເພີ່ມ​ຂຶ້ນ​ຮອດ11​ຄົນ.