ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-30 18:16:12    
ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ​ສ.ປ.ປ.​ເກົາ​ຫຼີ​ຕ້ອງ​ປະ​ລະ​ແຜນ​ການ​ນີວ​ເຄຼຍ​ຢ່າງ​ຮອບ​ດ້ານ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​​ໃນ​ວັນ​ທີ29​ກໍລະກົດ,ທ່ານ​​ເມັກ​ໂຄ​ມາກ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ກ່າວ​ລື້​ມຫຼັກ​ໝັ້ນ​ຂອງ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນີວ​ເຄຼຍ,ກ່າວ​ເນັ້ນ​ວ່າ,ສ.ປ.ປ.​ເກົາຫຼີ​ຕ້ອງ​ປະລະ​ແຜນ​ການ​ນີວ​ເຄຼຍ​ທັງ​ໝົດ​ເຊິ່ງລວມທັງ​ແຜນການ​ນີ​ວ​ເຄຼຍຝ່າຍ​ພົນລະ​ເຮືອນ.

ທ່ານ​ເມັກ​ໂຄ​ມາກ​ກ່າວ​ວ່າ,ລັດຖະບານ​ອາ​ເມ​ລິ​ກາບໍ່​ເຫັນ​ວ່າ​ສ.ປ.ປ.​ເກົາຫຼີ​ຄວນ​ສະຫງວນ​ຄວາມ​ສາມາດ​ດ້ານ​ນີວ​ເຄຼຍຝ່າຍ​ພົນລະ​ເຮືອນ.ທ່ານ​ກ່າວ​ວ່າ, ​ທ່ານ​ຮີ​ວ ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ​ກ່າວ​ວ່າ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນີວ​ເຄຼຍນັ້ນ​ແມ່ນໝາຍ​​ເຖິງ​ໃນ​​ແຫຼມ​ເກົາຫຼີ​ບໍ່​ມີ​ອາວຸດ​ນີ​ວ​ເຄຼຍ,ບໍ່​ມີ​ແຜນ​ການ​ອາວຸດ​ນີ​ວ​ເຄຼຍ,​ແລະ​ກໍ​ບໍ່​ມີ​ແຜນການ​ນີວ​ເຄຼຍທີ່​ອາດ​ຈະກາຍ​ເປັນ​ແຜນ​ການ​ອາ​ວຸດ​ນີ​ວ​ເຄຼຍ.