ທ່ານນາງອູອີຮຽກຮ້ອງໃຫ້ເພີ່ມທະວີວຽກງານປ້ອງກັນຄວບຄຸມພະຍາດ ຮັບປະກັນສຸຂະພາບຂອງມວນຊົນ
cri
ຕາມໜັງສືພິມເຢີນມິນຢື້ປ້າວຂອງຈີນ: ວັນທີ 27 ກໍລະກົດ,ຢູ່ປັກກິ່ງ,ທ່ານນາງອູອີ ຮອງນາຍົກລັດຖະມົນຕີຈີນກ່າວວ່າ,ຕ້ອງເສີມຂະຫຍາຍບົດບາດທົ່ວສັງຄົມລວມທັງສະມາຄົມແພດສາດປ້ອງກັນພະຍາດຈີນຢ່າງເຕັມທີ່,ເພີ່ມທະວີວຽກງານປ້ອງກັນຄວບຄຸມພະຍາດຢ່າງແທ້ຈິງ,ຮັບປະກັນສຸຂະພາບຂອງມວນຊົນໃຫ້ດີກວ່າເກົ່າ. ໃນກອງປະຊຸມຜູ້ແທນສະມາຊິກສະມາຄົມແພດສາດປ້ອງກັນພະຍາດຈີນທີ່ຈັດຂຶ້ນໃນວັນທີ 27 ກໍລະກົດ,ທ່ານນາງອູອີກ່າວວ່າ,ແຕ່ໃດມາ,ລັດຖະບານຈີນກໍ່ສຸດທີ່ເອົາໃຈໃສ່ນຳວຽກງານປ້ອງກັນຄວບຄຸມພະຍາດ,ໄດ້ຍຶດໝັ້ນທິດທາງວຽກງານສາທາລະນະສຸກທີ່"ຖືການປ້ອງກັນເປັນຫລັກ"ຕະຫລອດມາ.ເພິ່ນຮຽກຮ້ອງພາກສ່ວນທີ່ກ່ຽວຂ້ອງຕ່າງໆສ້າງລະບົບບໍລິການການປິ່ນປົວສາທາລະນະສຸກໃຫ້ສົມບູນຂຶ້ນ,ອອກແຮງດຳເນີນວຽກງານປ້ອງກັນຄວບຄຸມພະຍາດ.
|
|