|
 |
(GMT+08:00)
2005-07-28 13:57:45
|
 |
ເປັນຫຍັງມຽນມາຈິ່ງປະສິດເປັນປະເທດປະທານຝຽນອາຊຽນປະຈຳປີ2006
cri
ຕາມຂ່າວສານຊິນຮວາ, ວັນທີ26ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ລັດຖະມົນຕີການຕ່າງປະເທດອາຊຽນໄດ້ອອກຖະແຫຼງການຮ່ວມໂດຍກ່າວວ່າ, ຍ້ອນວ່າມຽນມາຕ້ອງສຸມກຳລັງເຂົ້າໃນຂະບວນການປອງດອງຊາດແລະປະຊາທິປະໄຕພາຍໃນປະເທດ, ຈິ່ງຕົກລົງປະສິດເປັນປະເທດປະທານຝຽນອາຊຽນປະຈຳປີ2006. ພ້ອມກັນນັ້ນ, ຖະແຫຼງການກ່າວເນັ້ນວ່າ, ລັດຖະມົນຕີການຕ່າງປະເທດຂອງອາຊຽນເຂົ້າໃຈການຕົກລົງຂອງລັດຖະບານມຽນມາຢ່າງສົມບູນ, ແລະຊົມເຊີຍມຽນມາທີ່ບໍ່ໃຫ້ວຽກງານພາຍໃນຂອງປະເທດຕົນກະທົບກະເທືອນຄວາມສາມັກຄີແລະກຳລັງໜ່ຽງປັ້ນຂອງອາຊຽນ.
ໃນທີ່ນີ້, ນັກສັງເກດການເຫັນວ່າ, ການຕົກລົງດັ່ງກ່າວຂອງມຽນມາບໍ່ພຽງແຕ່ມີມູນເຫດທີ່ກ່າວໃນຖະແຫຼງການທໍ່ນັ້ນ, ຫາກຍັງມີມູນເຫດອື່ນທີ່ບໍ່ໄດ້ບັນລະຍາຍເຖິງໃນຖະແຫຼງການ. ຈາກການປ່ຽນປະເທດປະທານຝຽນຂອງອາຊຽນເທື່ອນີ້, ກໍໄດ້ເຫັນເງົາທີ່ບາງມະຫາປະເທດຝ່າຍຕາເວັນຕົກແຊກແຊງວຽກງານຂອງພາກພື້ນ.
ມຽນມາເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການໃນປີ1997, ນີ້ແມ່ນໄຊຊະນະອັນສຳຄັນຂອງມຽນມາທີ່ໄດ້ບຸກທະລຸການອັດຕັນທາງການທູດຂອງຝ່າຍຕາເວັນຕົກ. ໃນເວລານັ້ນ, ເຖິງວ່າປະເທດຝ່າຍຕາເວັນຕົກເຊັ່ນອາເມລິກາເປັນຕົ້ນອອກແຮງສຸດຂີດຄັດຄ້ານອາຊຽນຮັບເອົາມຽນມາເຂົ້າເປັນປະເທດສະມາຊິກສົມບູນກໍຕາມ, ແຕ່ອາຊຽນໄດ້ຕ້ານກັບກຳລັງໜີບ, ແລ້ວບັນລຸແຜນການອາຊຽນໃຫຍ່ທີ່ມີ10ປະເທດສະມາຊິກຂອງຕົນຕາມເວລາກຳນົດ.
ປະເທດສະມາຊິກອາຊຽນພັດປ່ຽນກັນເປັນປະເທດປະທານຝຽນນັ້ນແມ່ນສິດທິແລະພັນທະຂອງບັນດາປະເທດອາຊຽນ, ແຕ່ໃນບັນຫາທີ່ມຽນມາຈະເປັນປະເທດປະທານຝຽນຂອງອາຊຽນປະຈຳປີ2006ຫຼືບໍ່ນັ້ນ, ມະຫາປະເທດຝ່າຍຕາເວັນຕົກຈຳນວນໜຶ່ງໄດ້ໃຊ້ກຳລັງໜີບທາງການເມືອງແລະການຕ່າງປະເທດຕໍ່ມຽນມາແລະອາຊຽນຢ່າງບໍ່ຢຸດຢັ້ງດ້ວຍເຫດຜົນສະພາບສິດທິມະນຸດແລະຂະບວນການປະຊາທິປະໄຕຂອງມຽນມາໂດຍຕະຫຼອດ. ມີຂ່າວແຈ້ງວ່າ, ຖ້າມຽນມາເຂົ້າແທນມາເລເຊຍ,ເປັນປະເທດປະທານຝຽນອາຊຽນປະຈຳປີ2006ແລ້ວ, ປະເທດຝ່າຍຕາເວັນຕົກເຊັ່ນອາເມລິກາເປັນຕົ້ນຈະຂວ້ຳບາດອາຊຽນຈັດກອງປະຊຸມທີ່ກ່ຽວຂ້ອງ, ເຊັ່ນເວທີປາໄສພາກພື້ນອາຊຽນເປັນຕົ້ນ. ສະນັ້ນ, ປະເທດອາຊຽນຈຳນວນໜຶ່ງເປັນຫ່ວງວ່າການພົວພັນລະຫວ່າງອາຊຽນກັບມະຫາປະເທດຝ່າຍຕາເວັນຕົກເຊັ່ນອາເມລິກາເປັນຕົ້ນຈະຖືກກະທົບກະເທືອນຍ້ອນ.
ນັກວິເຄາະຈຳນວນໜຶ່ງເຫັນວ່າ, ຍ້ອນເບື້ອງຫຼັງດັ່ງກ່າວ, ມຽນມາພິຈາລະນາເຖິງຜົນປະໂຫຍດກວມລວມຂອງອາຊຽນ, ຫຼີກເວັ້ນບໍ່ໃຫ້ບັນຫາມຽນມາກະທົບກະເທືອນການພົວພັນລະຫວ່າງາອຊຽນກັບປະເທດຝ່າຍຕາເວັນຕົກເຊັ່ນອາເມລິກາເປັນຕົ້ນ, ມຽນມາຈິ່ງໄດ້ຕົກລົງປະລະສິດທິເປັນປະເທດປະທານຝຽນຊົ່ວຄາວ, ນີ້ແມ່ນການຕົກລົງທີ່ຄຳນຶງເຖິງພາກສ່ວນທັງໝົດ.
ໃນຖະຫຼງການຮ່ວມລັດຖະມົນຕີການຕ່າງປະເທດອາຊຽນກ່າວເນັ້ນວ່າ, ມຽນມາປະສິດເປັນປະເທດປະທານຝຽນອາຊຽນປະຈຳປີ2006ແມ່ນຍ້ອນວ່າຕ້ອງສຸມກຳລັງເຂົ້າໃນຂະບວນການປອງດອງຊາດແລະປະຊາທິປະໄຕພາຍໃນປະເທດ, ທັງນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານມຽນມາທີ່ຈະສືບຕໍ່ຊຸກຍູ້ຂະບວນການປອງດອງຊາດແລະຂະບວນການຫັນເປັນປະຊາທິປະໄຕພາຍໃນປະເທດ. ແຕ່ລັດຖະບານທະຫານມຽນມາຄອງອຳນາດເມື່ອປີ1998ເປັນຕົ້ນມາ, ປະເທດຕ່າງໆເຊັ່ນອາເມລິກາເປັນຕົ້ນໄດ້ໃຊ້ກຳລັງໜີບທາງການເມືອງ, ການຕ່າງປະເທດແລະທາງເສດຖະກິດຕໍ່ມຽນມາຕະຫຼອດມາ, ປະຈຸບັນ, ຍັງຮັກສາການລົງໂທດທາງເສດຖິດຕໍ່ມຽນມາ. ເດືອນສິງຫາປີ2003, ລັດຖະບານທະຫານຂອງມຽນມາໄດ້ປະກາດແຜນການເສັ້ນທາງການເມືອງປະຊາທິປະໄຕ7ຂໍ້ທີ່ມີວັດຖຸປະສົງບັນລຸຄວາມປອງດອງຊາດແລະຊຸກຍູ້ຂະບວນການປະຊາທິປະໄຕ, ໃນນັ້ນ, ລວມທັງຟື້ນຟູສະພາລາຊະດອນວາງລັດຖະທຳມະນູນທີ່ໄດ້ຢຸດສະງັກມາເປັນເວລາ8ປີ, ເອົາປະຊາມະຕິທົ່ວປວງຊົນກ່ຽວກັບຮ່າງລັດຖະທຳມະນູນ, ຈັດການເລືອກຕັ້ງທົ່ວໄປຕາມກົດໝາຍແລະປະກອບລັດຖະບານຊຸດໃໝ່ເປັນຕົ້ນ. ບັນດານັກສັງເກດການເຫັນວ່າ, ລັດຖະບານທະຫານມຽນມາສືບຕໍ່ປະຕິບັດແຜນການເສັ້ນທາງຂອງຕົນ, ສອດຄ່ອງກັບຜົນປະໂຫຍດແຫ່ງຊາດຂອງມຽນມາ, ມີຜົນດີຕໍ່ສະຖຽນລະພາບແລະການພັດທະນາຂອງມຽນມາ, ແລະກໍມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນ
|
|
|