
ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ເທິນນິສຈີນປີໃດກໍມີການບຸກທະລຸ. ປີກາຍນີ້ ຢູ່ທີ່ອາແຕນ, ນາງລີຖິງກັບນາງຊຸນຖຽນຖຽນຊິງໄດ້ຫຼຽນຄຳຕີຄູ່ເພດຍິງໃນງານກິລາໂອລິມປິກ, ໃນງານແຂ່ງຂັນເພີ່ມເຕີມສາຍໂລກສາຍທີສອງຂອງງານແຂ່ງຈັນແຟັດຂັບຫຼື Fed Cup ປີ 2005 ທີ່ຈັດຂຶ້ນຢູ່ທີ່ປັກກິ່ງໃນວັນທີ 10 ກໍລະກົດນີ້, ທີມເທັນນິສເພດຍິງຈີນໄດ້ເອົາຊະນະທີມສະໂລເວນີດ້ວຍຄະແນນ 4:1, ແລ້ວໄດ້ເຂົ້າສາຍໂລກຂອງງານແຂ່ງຂັນແຟັດຂັບເປັນຄັ້ງທຳອິດ. ເວົ້າສຳລັບກິລາເທັນນິສເພດຍິງຈີນແລ້ວ ຜົນງານດັ່ງກ່າວເປັນການບຸກທະລຸທີ່ສຳຄັນ. ໃນລາຍການໂລກກິລາພາກນີ້ ເຊີນຟັງບົດແຈ້ງຂ່າວປະກອບສຽງທີ່ພາດຫົວເລື່ອງວ່າ: ເທັນນິສເພດຍິງຈີນຕີເຂົ້າສາຍໂລກຂອງງານແຂ່ງຂັນແຟັດຂັບ.
ຕອນເຊົ້າວັນທີ 10 ກໍລະກົດນີ້, ຢູ່ສູນເທັນນິສສາກົນປັກກິ່ງ, ການແຂ່ງຂັນເພີ່ມເຕີມສາຍທີສອງຂອງງານແຂ່ງຂັນແຟັດຂັບລະຫວ່າງທີມຈີນກັບທີມສະໂລເວນີພວມດຳເນີນຢ່າງດຸເດືອດ. ໃນການແຂ່ງຂັນກ່ອນນີ້ມື້ໜຶ່ງ, ສອງທີມຕ່າງໄດ້ຮັບໄຊຊະນະນັດໜຶ່ງ, ແລະສະເໝີກັນເປັນ 1:1. ໃນການແຂ່ງຂັນຕີດ່ຽວນັດທຳອິດທີ່ຈັດຂຶ້ນໃນວັນທີ 10, ແມ່ນນາງລີນ້າແຫ່ງທີມຈີນແຂ່ງຂັນກັບນາງສະເຣໂບດນິກ, ນີ້ແມ່ນການແຂ່ງຂັນລະຫວ່າງນັກກິລາຕີດ່ຽວທີ່ເກັ່ງກວ່າໝູ່ຂອງສອງຝ່າຍ, ຖືກຖືເປັນນັດຫົວລ້ຽວຫົວຕໍ່ທີ່ຕົກລົງການໄດ້ໄຊຊະນະຫຼືເສຍໄຊ. ໃນທີ່ສຸດ ນາງລີນ້າໃຊ້ເວລາພຽງ 53 ນາທີທໍ່ນັ້ນ ກໍ່ໄດ້ຮັບໄຊຊະນະດ້ວຍຄະແນນ 6:1 ແລະ 6:2. ໃນການແຂ່ງຂັນຕາມຫຼັງ, ນາງເຈິ້ງເຈ ນັກກິລາຕີດ່ຽວທີສອງ ແລະນາງລີຖິງກັບນາງຊຸນຖຽນຖຽນ ນັກກິລາຕີຄູ່ເພດຍິງຂອງທີມຈີນໄດ້ຮັບໄຊຊະນະສອງນັດຢ່າງຕໍ່ເນື່ອງກັນ, ເຮັດໃຫ້ທີມຈີນໄດ້ເອົາຊະນະທີມສະໂລເວນີດ້ວຍຄະແນນ 4:1, ແລ້ວໄດ້ເຂົ້າຮອບ 16 ທີມສາຍໂລກຂອງງານແຂ່ງຂັນແຟັດຂັບເປັນຄັ້ງທຳອິດ.
ພາຍຫຼັງການແຂ່ງຂັນສິ້ນສຸດລົງແລ້ວ, ທ່ານນາງມຽກນາ ໂຈເສເວັກຄູຝຶກໃຫຍ່ທີມສະໂລເວນີໄດ້ຍ້ອງຍໍທີມຈີນຢ່າງບໍ່ເຫືອດສົບເຫືອດປາກວ່າ: ກ່ອນນີ້ 10 ປີ, ໃນນັກກິລາລະດັບສູງຂອງໂລກ ຍັງບໍ່ຄ່ອຍເຫັນມີນັກກິລາຈີນ, ແຕ່ປະຈຸບັນ ຈີນໄດ້ມີນັກກິລາເພດຍິງຕີດ່ຽວ 3 ຄົນເຂົ້າໃນ 100 ຄົນເກັ່ງຂອງໂລກແລ້ວ, ເຂົາເຈົ້າລ້ວນແຕ່ແມ່ນນັກກິລາເກັ່ງທີ່ສຸດ, ເຕັກນິກກໍກ້າວໜ້າກວ່າໝູ່, ສະນັ້ນ ທີມຈີນໄດ້ຮັບໄຊຊະນະແມ່ນມີເຫດຜົນ.
ງານແຂ່ງຂັນແຟັດຂັບທີ່ຈັດຂຶ້ນປີລະເທື່ອເປັນຕົວແທນລະດັບສູງສຸດບົນເວທີໝູ່ຄະນະນັກກິລາເທັນນິສເພດຍິງໃນໂລກປະຈຸບັນ. ສາຍໂລກງານແຂ່ງຂັນແຟັດຂັບປະກອບດ້ວຍ 16 ທີມ, ໃນນັ້ນ ໃຫ້ 8 ທີມໜ້າເຂົ້າຮ່ວມການແຂ່ງຂັນສາຍໂລກສາຍທີໜຶ່ງ, 8 ທີມຫຼັງເຂົ້າຮ່ວມການແຂ່ງຂັນສາຍໂລກສາຍທີສອງ, ສ່ວນທີມເທັນນິສທີ່ຢູ່ຫຼັງ 16 ທີມດັ່ງກ່າວຈະເຂົ້າຮ່ວມແຕ່ການແຂ່ງຂັນບັນດາສາຍທະວີບທັງນັ້ນ. ແຕ່ປີ 1981 ເປັນຕົ້ນມາ, ໃນງານແຂ່ງຂັນແຟັດຂັບ ທີມຈີນໄດ້ເຂົ້າຮ່ວມແຕ່ການແຂ່ງຂັນທະວີບອາຊີແລະທະວີບໂອຊີອານີທັງນັ້ນ. ປີໜ້າ, ທີມຈີນຈະເຂົ້າຮ່ວມການແຂ່ງຂັນສາຍໂລກທີສອງ.
ທ່ານຈຽງຫົງເວິຍ ຄູຝຶກໃຫຍ່ທີມເທັນນິສເພດຍິງແຫ່ງຊາດຈີນເຫັນວ່າ, ທີມຈີນໄດ້ມີການບຸກທະລຸໃນງານແຂ່ງຂັນແຟັດຂັບເທື່ອນີ້, ແມ່ນຍ້ອນວ່າ ໃນຫຼາຍປີມານີ້ ຄວາມສາມາດຂອງນັກກິລາຈີນໄດ້ຍົກສູງຂຶ້ນແລະນັກກິລາຜູ່ດີເດັ່ນໄດ້ປະກົດຕົວອອກມາຢ່າງບໍ່ຢຸດຢັ້ງ. ຕາມສະເໜີວ່າ, ເມື່ອປີ 2000, ທີມຈີນມີນັກກິລາຜູ່ດີເດັ່ນພຽງນາງອີ້ຈິງຊີຜູ່ດຽງທັງນັ້ນ, ແຕ່ໃນສອງປີຜ່ານມາ, ນັກກິລາເທັນນິສເພດຍິງຜູ່ດີເດັ່ນຂອງຈີນໄດ້ມີຫຼາຍຄົນແລ້ວ. ໃນງານແຂ່ງຂັນເທັນນິສໂອເພັນຝຣັ່ງປີ 2004, ນາງເຈິ້ງເຈໄດ້ເຂົ້າຮອບ 16 ຄົນ, ແມ່ນຜົນງານດີກວ່າໝູ່ຂອງນັກກິລາຈີນໃນງານແຂ່ງຂັນເທັນນິສແກຼນດ໌ສະລາມຫຼືGrand Slam; ຖັດມາ, ນາງລີນ້າໄດ້ກາຍເປັນນັກກິລາເທັນນິສເພດຍິງຂອງຈີນຜູ່ທຳອິດທີ່ຊິງໄດ້ແຊມປຽນງານແຂ່ງຂັນ WTA; ໃນການແຂ່ງຂັນອຸ່ນຄີງທີ່ຈັດຂຶ້ນກ່ອນງານແຂ່ງຂັນເທັນນິສອົສຕຼາລີໂອເພັນທີ່ຈັດຂຶ້ນໃນຕົ້ນປີນີ້, ນາງເຜິງຊວ້າຍ ນັກກິລາໜຸ່ມທີ່ອາຍຸພຽງ 19 ປີຂອງຈີນໄດ້ເອົາຊະນະນັກກິລາທີ່ມີຊື່ສຽງໃນໂລກ ເຊັ່ນ ນາງມິສກີນາແລະນາງເປໂຕຼວາ. ສ່ວນການຕີຄູ່ເພດຍິງ, ນັກກິລາຈີນບໍ່ພຽງແຕ່ຊິງໄດ້ຜົນງານດີຫຼາຍເທື່ອໃນງານແຂ່ງຂັນເທັນນິສແກຼນດ໌ສະລາມທໍ່ນັ້ນ, ນາງລີຖິງກັບນາງຊຸນຖຽນຖຽນຍັງຊິງໄດ້ຫຼຽນຄຳຕີຄູ່ເພດຍິງໃນງານກິລາໂອລິມປິກອາແຕນເຊິ່ງຢູ່ນອກຄວາມຄາດຄິດຂອງຄົນທັງຫຼາຍ.
ເມື່ອຈ້ອງມອງງານແຂ່ງຂັນທີ່ຈະຈັດຂຶ້ນໃນປີໜ້າ, ທ່ານຈຽງຫົງເວິຍກ່າວວ່າ, ທ່ານເຊື່ອວ່າ ເມື່ອສັງເກດຈາກລະດັບຂອງທີມຈີນແລ້ວເຫັນວ່າ, ທີມຈີນຈະຄອງຖານະຢູ່ສາຍໂລກສາຍທີສອງໄດ້, ແລະທີມຈີນຈະສຸມກຳລັງສຸດຂີດຍາດແຍ່ງເຂົ້າໃນສາຍໂລກສາຍທີໜຶ່ງ. ທ່ານຈຽງຫົງເວິຍເວົ້າວ່າ: ປີໜ້າຈະຍາດແຍ່ງຕີເຂົ້າສາຍໂລກສາຍທີໜຶ່ງຢ່າງແນ່ນອນ, ພວກຂ້າພະເຈົ້າມີຄວາມຄິດແນວນີ້, ພວກຂ້າພະເຈົ້າຍ່ອມຈະມີຄວາມຫວັງ, ເພາະວ່າພວກຂ້າພະເຈົ້າຍັງມີນາງເຜິງ ຊວ້າຍທີ່ພວມຝຶກແອບຢູ່ຕ່າງປະເທດເປັນກຳລັງໜູນ. ກະຕິກາງານກິລາໂອລິມປິກໄດ້ກຳນົດໄວ້ວ່າ, ໃນໄລຍະຮອບງານກິລາໂອລິມປິກ ນັກກິລາຕ້ອງເຂົ້າຮ່ວມງານແຂ່ງຂັນແຟັດຂັບສອງເທື່ອຈຶ່ງມີຄຸນວຸດທິເຂົ້າຮ່ວມງານກິລາໂອລິມປິກ, ສະນັ້ນ ໃນປີໜ້າອາດຈະມີການຕີຄູ່ຄູ່ໃໝ່, ນັກກິລາທີ່ມີຄວາມອາດສາມາດເຂົ້າຮ່ວມງານກິລາໂອລິມປິກລ້ວນແຕ່ຈະເຂົ້າຮ່ວມງານແຂ່ງຂັນແຟັດຂັບ.
ເຖິງວ່າລະດັບສັງລວມຂອງນັກກິລາເທັນນິສເພດຍິງຈີນໄດ້ມີຄວາມກ້າວໜ້າຢ່າງໃຫຍ່ຫຼວງກໍ່ຕາມ, ແຕ່ທ່ານຈຽງຫົງເວິຍຍັງຮັກສາສະໝອງອັນໂປງໃສຢູ່, ທ່ານເຫັນວ່າ, ໃນສະເພາະໜ້ານີ້ ທີມເພດຍິງຈີນຢູ່ໃນລະດັບຜ້ານກາງບົນເວທີເທັນນິສສາກົນ, ຍັງມີຄວາມໂຕນກັນຫຼາຍເມື່ອທຽບກັບທີມເກັ່ງໃນໂລກ. ກິລາເທັນນິສເພດຍິງຈີນຍັງມີໜ້າທີ່ອັນໜັກໜາ. ທ່ານຈຽງຫົງເວິຍເຫັນວ່າ, ຢາກຈະເຮັດໃຫ້ລະດັບສັງລວມຂອງທີມເພດຍິງຈີນສູງຂຶ້ນຕື່ມອີກ, ຂໍກະແຈແມ່ນຍົກສູງລະດັບຕີດ່ຽວຂອງນັກກິລາ, ທ່ານເວົ້າວ່າ: ດຽວນີ້ ມີຫຼາຍສື່ມວນຊົນກ່າວວ່າເທັນນິສເພດຍິງຈີນຕີໄດ້ດີຫຼາຍແລ້ວ, ຂ້າພະເຈົ້າຮູ້ຈັກລະດັບຂອງພວກຂ້າພະເຈົ້າ, ຍັງໂຕນກັບລະດັບສູງຂອງໂລກຫຼາຍສົມຄວນ, ໂດຍສະເພາະແມ່ນການຕີດ່ຽວ. ເທັນນິສເອົາໃຈໃສ່ນຳການຕີດ່ຽວທີ່ສຸດ. ຖ້າວ່າ ໃນສະເພາະໜ້ານີ້ ພວກຂ້າພະເຈົ້າມີນັກກິລາສອງຄົນເຂົ້າໃນ 20 ຄົນເກັ່ງຂອງໂລກ, ໝູ່ຄະນະຂອງພວກຂ້າພະເຈົ້າຈະບໍ່ຂີ້ຮ້າຍປານໃດ, ແລະຖ້າການຕີດ່ຽວແຂງແຮງຂຶ້ນ, ແນ່ນອນແລ້ວ ການຕີຄູ່ກໍຍ່ອມຈະດີຂຶ້ນໄປນຳ, ນີ້ແມ່ນກົດເກນຂອງມັນ.
|