ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-21 10:59:18    
ຟິລິປິ​ນປະຕິ​ເສດບໍ່​ຮັບ​ເອົາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ໃຫ້​ອາ​ເມ​ລິ​ກາ​ຊ່ອຍ​ສິ້ນ​ສຸດ​ວິ​ກິດ​ການ​ການ​ເມືອງ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 20 ກໍລະກົດ,ທ່ານ​ໂຣມູ​ໂລ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟິລິປິ​ນ​ໄດ້​ປະຕິ​ເສດ​ບໍ່​ຮັບ​ເອົາຂໍ້​ສະ​ເໜີ​ຂອງ​ອົງການ​ທີ່​ປຶກສາ​ແຫ່ງ​ໜຶ່ງ​ຂອງ​ອາ​ເມ​ລິ​ກາກ່​ຽວກັບ​ໃຫ້​ອ​າ​ເມລິ​ກາ​ອອກ​ໜ້າ​ຊ່ອຍ​ແກ້​ໄຂ​ວິ​ກິດ​ການ​ທາງ​ການ​ເມືອງ​ຂອງ​ຟິລິປິ​ນ.

ຕາມ​ສື່​ມວນຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ,"ມູນ​ນິທິ​ດັ້ງ​ເດີມ"​ເຊິ່ງ​ເປັນ​ອົງການ​ທີ່​ປຶກສາຂອງ​ອາ​ເມ​ລິ​ກາ​ໄດ້​ສະ​ເໜີ​ໃນ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ທີ່​ປະກາດ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ວ່າ,​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ​ຊ່ອຍ​ຟິລິປິ​ນສິ້ນ​ສຸດ​ວິ​ກິດການ​ທາງ​ການ​ເມືອງ"​ໃນກໍລະນີ​ບໍ່​ແຊກ​ແຊງ​ອະທິປະ​ໄຕ​ຂອງ​ຟິລິປິ​ນ".ຕໍ່​ເລື່ອງ​ນີ້,ທ່ານ​ໂຣມູ​ໂລ​ກ່າວ​ວ່າ,ບົດ​ລາຍ​ງານ​ຂອງ​ມູນ​ນິທິ​ດັ້ງ​ເດີມ​ພຽງ​ແຕ່​ຕາງ​ໜ້າ​ທັດສະນະ​ຂອງ​ມູນ​ນິທິ​ດັ່ງກ່າວ​ເທົ່າ​ນັ້ນ,​ບໍ່​ໄດ້​ຕາງໜ້າ​ທັດສະນະ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ.ທ່ານ​ເວົ້າວ່າ,ຟິລິປິ​ນຊົມ​ເຊີຍ​ປະຊາ​ຄົມ​ໂລກ​ວາງ​ຂໍ້​ສະ​ເໜີ​ແລະ​ຕິຕຽນ​ສະຖານະ​ການ​ການ​ເມືອງ​ຂອງ​ຟິລິປິ​ນ,​ແຕ່​ການ​ກະທຳ​ໃດໆ​ທີ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ນັ້ນລ້ວນ​ແຕ່​ບໍ່​ຄວນ​ເຮັດ.