ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-19 17:28:11    
ຂ່າວ​ວິທະຍາສາດ​ສີ່​ຂໍ້

cri Author: q

ສາມ:​ເຈ້ຍ​ທີ່​ປະຫຼາດ

ໃນ​ຫຼາຍ​ປີ​ມາ​ນີ້,ອຸດສາຫະກຳ​ເຮັດ​ເຈ້ຍ​ຂອງ​ປະ​ເທດ​ຈຳນວນ​ໜຶ່ງ​ໃນ​ໂລກ​ໄດ້​ມ້າງ​ວິທີ​ເຮັດ​ເຈ້ຍ​ແບບ​ເກົ່າ​ທີ່​ຕ້ອງ​ເອົາ​ໃຍ​ພືດ​ເປັນ​ວັດຖຸ​ດິບ,​ແລ້ວ​ໃຊ້​​ໃຍທຽມ​ຊະນິດໜຶ່ງ​ເຮ​ດ​ເຈ້ຍ​ແບບ​ໃໝ່​ທີ່​ທົນ​ທານ​ບໍ່​ຂາດ​ງ່າຍ,​ເຈ້ຍ​ຊະນິດ​ນີ້ ບາງ,​ເບິ່ງ​ໄປ​ບໍ່​ຕ່າງ​ຫຍັງ​ກັບ​ເຈ້ຍ​ແຕມ​​ແຜນຜັງ,​ເທິງ​ໜ້າ​ເຈ້ຍ​ມີ​ຢາງ​ຊັ້ນ​ບາງໆ,​ໃຊ້​ເຈ້ຍ​ຊະນິດ​ນີ້​ພິມ​ແຜນ​ທີ່​ແລະ​ເອກ​ກະສາ​ນລັບ​ທີ່​ສຳຄັນ​ຮັກສາ​ໄວ້​ດົນ​ເຊິ່ງ​ໃນ​ໂລກ​ນີ້​ຍັງ​ບໍ່​ມີ​ເຈ້ຍ​ຊະນິດ​ໃດ​ຈະ​ທຽບ​ໄດ້.

ຈຸດ​ພິ​ເສດ​ເດັ່ນ​ກວ່າ​ໝູ່​ຂອງ​ມັນ​ກໍ​ແມ່ນ​ຮ້ອຍ​ນ້ຳ​ເມິ​ກຫຼື​ດິນສໍ​ທີ່​ຂຽນ​ຫຼື​ແຕ້ມ​ໄວ້​ເທິງ​ເຈ້ຍ​ຊະ​ນິດ​ນີ້​ໃນ​ເວ​ລາ​ບໍ່​ຕ້ອງການ​ກໍ​ໃຊ້​ຢາງ​ລຶບ​ຫຼື​ຢາ​ລຶບໆ​ອອກ​ໄດ້​ແລະ​ໜ້າ​ເຈ້ຍ​ຍັງ​ຂາວ​ສະ​ອາດ​ປານ​ເຈ້ຍ​ໃໝ່​ແລ້ວ​​ໃຊ້​ຄືນ​ອີກ​ໄດ້,ດັ່ງ​ນັ້ນ,​ເຈ້ຍ​ທີ່​ເ​ຮັດ​ດ້ວຍ​ໃຍ​ທຽມ​ຊະ​ນິດ​ນີ້​ເພິ່ນ​ຈິ່ງ​ໃຫ້​ຊື່ວ່າ"​ເຈ້ຍ​ອາຍຸ​ຍືນ".

ສີ່:​ເອົາ​ໃຍ​ແມງມຸມ​ເຮ​ດັ​ໄໝ​ຫຍິບ​ໃນ​ເວລາ​ຜ່າຕັດ

ພະນັກງານ​ຄົ້ນ​ຄວ້າຂອງ​ມະຫາວິທະຍາ​ໄລ​ວາຍ​ໂອ​ມິ​ງອາ​ເມ​ລິ​ກາບ​ອກວ່າ,​​ໃຍ​ແມງມຸມ​ເອົາ​ມາ​ເຮັດ​ເປັນ​ໄໝ​ຫຍິບ​ບາດ​ແຜ​ໃນ​ເວ​ລາ​ຜ່າຕັດ​ກໍ​ໄດ້.ນັກ​ຊີວະ​ໂມ​ເລ​ກຸນ​ສາດ​ຖື​ວ່າ,​ໃຍ​ແມງມຸມ​ແມ່ນ​ຫົດ​ໄດ້​,ສາມາດ​ເຮດ​ໃຫ້​ເນື້ອ​ຂອງ​ຄົນ​ຕິດ​ຈອດ​ກັນ,ທັງ​ຍືດ​ໄດ້​ໜ້ອຍ​ໜຶ່ງ,​ສະ​ນັ້ນ,​ເອົາ​ມາ​ເຮັດ​ໄໝ​ຫຍິບ​ຮຳ ​ແຜ​ແມ່ນ​ດີ​ທີ່​ສຸດ.ຄວາມ​ທົນ​ຂອງ​ໃຍ​ແມງ​ມຸມ​ແມ່ນ​ດີກ​ວ່າ​ໄໝ​ຫຍິບ​ຊະ​ນິດ​ອື່ນໆ​ຕັ້ງ10​ເທົ່າ,ຜົນ​ຄົ້ນຄວ້າ​ດັ່ງກ່າວ​ແມ່ນ​ປະກາດ​ໃນ​ສະ​ມາຄົມ​ນັກ​ວັດຖຸ​ຢຸກຢາ​ຂອງ​ອາ​ເມ​ລິ​ກາ​ຄັ້ງ​ໜຶ່ງ​ທີ່​ຈັດ​ຂຶ້ນ​ຢູ່​ມາຍ​ອາ​ມີ.​ແຕ່​ວ່າ,ປັດຈຸບັນ,ຈະ​ໃຫ້​ແມງ​ມຸມ​ຜະ​ລິດ​ໃຍ​ອອກ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ນັ້ນ​ຍັງ​ຍາກ​ຢູ່.​ແຕ່​ພະ​ນັກ​ງານ​ຄົ້ນ​ຄວ້າ​ຈຸ​ລັງ​ໄດ້​ຄົ້ນ​ພົບ​ຕົວ​ແຊນ​ໂປຼ​ຊະ​ນິດ​ໜຶ່ງ​ທີ່​ເອົາ​ມາ​ເຮັດ​ໃຍ​ແມງ​ມຸມ​ໄດ້.​ດ​ຈຸ​ບັນ​ໄດ້​ເຮັດ​ເຄື່ອງ​ປະ​ກອບ​ຊຸດ​ໜຶ່ງ​ທີ່​ເຮັດ​ໃຫ້​ແມງມຸມ​​ເມື່ອ​ຖືກ​ກະຕຸກ​ໃນ​ລະດັບ​ສົມຄວນ​ກໍ​ສາມາດ​ຜະລິດ​ໃຍ​ອອກ​ມາ​ໄດ້.​ເມື່ອ​ໄດ້​ທົດ​ລອງ​ເອົາ​ໃຍ​ແມງ​ມຸມ​ດັ່ງກ່າວ​ຫຍິບ​ແຜໜູ​ຂາວ​ແລ້ວ​ເຫັນ​ວ່າ,ບໍ່​ມີ​ອາ​ການ​​ແພ້​ແລະ​ອາ​ການ​ອື່ນໆ​ແຕ່​ຢ່າງ​ໃດ,​ແລະ​ຫຼັງ​ຈາກ​ແຜ​ຈອດ​ດີ​ແລ້ວ​ສອງ​ອາ​ທິດ​ກໍ​ບໍ່​ເຫັນ​ມີ​ອາການ​ທີ່​ຈະ​ເປັນ​ໄປ​ແນວ​ໃໝ່.
1  2