ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-16 20:02:58    
ລັດຖະບານ​ໄທ​ຈະປະຕິບັດ"ພະ​ລາຊະ​ກິດ​ສະ​ດີກາ​ວ່າ​ດ້ວຍ​ການ​ບໍລິຫານ​​ໃນ​ສະຖານະ​ການ​ສຸກ​ເສີນ"​ຢູ່ສາມ​ຈັງຫວັດ​ພາກ​ໃຕ້

cri
ຕາມ​ຂ່າວcri: ວັນ​ທີ 15 ກໍລະກົດ,ຄະນະ​ລັດຖະບານ​ໄທ​ໄດ້​ໄຂ​ກອງ​ປະຊຸມ​ຄວາມ​ປອດ​ໄພ,ຕົກລົງ​ປະຕິບັດ"ພະ​ລາຊະ​ກິດ​ສະ​ດີກາ​ບໍລິຫານ​ໃນ​ສະຖານະ​ການ​ສຸກ​ເສີນ"ຢູ່​ສາມ​ຈັງຫວັດ​ພາກ​ໃຕ້​ຄືຈັງ​ຫວັດ​ນະລາ​ທິວາ​ດ ຈັງຫວັດ​ປັດ​ຕາ​ນີກ​ແລະ​ຈັງ​ຫວັດ​ຍະ​ລາ​ທີ່​ເກີດ​ເຫດການ​ຈະລາຈົນຢ່າງ​ເນື່ອງນິດ,​ເ​ພື່ອ​ເຂົ້າ​ແທນກົດໝາຍ​ເດີມ​ທີ່​ໃຊ້​ຢູ່​​ໃນ​ສະ​ເພາະ​ໜ້າ​ນີ້.

"ພະ​ລາຊະ​ກິດ​ສະ​ດີກາ​ວ່າ​ດວ້ຍການບໍລິຫານ​​ໃນ​ສະຖານະ​ການ​ສຸກ​ເສີນ"​ໄດ້​ລະບຸ​ໄວ້ວ່າ,​ໃຕ້​ສະພາວະ​ສຸກ​ເສີນ,ນາຍົກລັດຖະມົນຕີມີສິດດັກ​ຟັງ​ໂທລະສັບ ກວດກາ​ໜັງສືພິມ,​​ໃນ​ກໍລະນີ​ທີ່​ບໍ່​ໄດ້​ຮັບ​ການ​ລາຍ​ງານ,ມີ​ສິດ​ອະນຸມັດ​ຄຳ​ສັ່ງ​ຈັບ​ຜູ້​ຕ້ອງ​ຫາ.

​ແຕ່​ຕົ້ນ​ປີ​ກາຍ​ມານີ້,ພວກ​ລັດທິ​ແບ່ງ​ແຍກ​ໄດ້​ກໍ່ເຫດການຫລອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸ​ນ​ແຮງ​ຢູ່​ສາມ​ຈັງຫວັດ​ພາກ​ໃຕ້​ເລື້ອຍໆ,​ໄດ້​ພາ​ໃຫ້​ຫລາຍ​ຮ້ອຍ​ຄົນ​ເສຍ​ຊີວິດ,​ພັນກວ່າ​ຄົນ​ບາດ​ເຈັບ.