ຕາມຂ່າວCRI: ວັນທີ 20 ມິຖຸນານີ້ຢູ່ທີ່ເຊອຸນ, ທ່ານບານກີມູນ ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າສ.ເກົາຫຼີກ່າວວ່າ, ສ.ເກົາຫຼີຈະຖືໂອກາດທີ່ການພົວພັນເໜືອໃຕ້ແຫຼມເກົາຫຼີມີທ່ວງທ່າດີຂຶ້ນ, ຕັ້ງໜ້າດຳເນີນການເຄື່ອນໄຫວທາງການທູດ ເພື່ອຊຸກຍູ້ການແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີ.
ທ່ານບານກີມູນກ່າວວ່າ, ວັນທີ 17 ມິຖຸນາ ຢູ່ທີ່ພຽງຢາງ, ທ່ານກິມເຈິງອິນ ຜູ່ນຳສ.ປ.ປ.ເກົາຫຼີໄດ້ພົບປະທ່ານຈຸງດົງຢົງ ເຈົ້າໜ້າທີ່ກະຊວງໂຮມເຂົ້າເປັນເອກະພາບສ.ເກົາຫຼີນັ້ນ, ໄດ້ສ້າງໂອກາດອັນດີງາມໃຫ້ສ.ເກົາຫຼີທີ່ເສີມຂະຫຍາຍບົດບາດໃນດ້ານແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີ. ທ່ານກ່າວວ່າ, ທ່ານກິມເຈິງອິນກ່າວວ່າ ຈະກັບຄືນສູ່ການເຈລະຈາ 6 ຝ່າຍຢ່າງມີເງື່ອນໄຂໃນເດືອນກໍລະກົດ. ສ.ເກົາຫຼີຈະຜ່ານການພົບປະເຈລະຈາຂັ້ນລັດຖະມົນຕີເໜືອໃຕ້ທີ່ຈະຈັດຂຶ້ນໃນໄວໆນີ້ ແລະການຫາລືກັນລະຫວ່າງສ.ເກົາຫຼີກັບຈີນ ການຫາລືກັນລະຫວ່າງສ.ເກົາຫຼີກັບອາເມລິກາ, ພະຍາຍາມຟື້ນຟູການເຈລະຈາ 6 ຝ່າຍຄືນໃໝ່ໃນເດືອນກໍລະກົດ.
ນອກນີ້ຂ່າວແຈ້ງວ່າ, ໃນມື້ດຽວກັນ, ທ່ານຄຼິສໂຕເຟີ ຮິນ ຜູ່ຊ່ອຍລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ຫົວໜ້າຜູ່ແທນຝ່າຍອາເມລິກາໃນການເຈລະຈາ 6 ຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີກ່າວວ່າ, ອາເມລິກາຫວັງວ່າການເຈລະຈາ 6 ຝ່າຍສາມາດຈັດຂຶ້ນຄືນໃໝ່ໃນເດືອນກໍລະກົດ, ແລະຍິນດີດຳເນີນການສົນທະນາກັບສ.ປ.ປ.ເກົາຫຼີທ່າມກາງບັນຍາກາດທີ່ໂຄລົບເຊິ່ງກັນແລະກັນແລະສະເໝີພາບກັນ.
|