ແມ່ຍິງຂອງສອງຝັ່ງຊ່ອງແຄບໄຕ້ຫວັນເຕົ້າໂຮມກັນຢູ່ຟູໂຈ່ວພ້ອມກັນຫາລືການພັດທະນາເສດຖະກິດ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ17ມິຖຸນາ,ເວທີປາໄສ ສ້າງສາພາລະກິດຂອງແມ່ຍິງສອງຝັ່ງຊ່ອງແຄບໄຕ້ຫວັນເຊິ່ງແມ່ນພາກສ່ວນທີ່ກ່ຽວຂ້ອງຂອງແຂວງຟູຈ້ຽນຈີນເປັນຜູ້ຈັດນັ້ນໄດ້ຈັດຂຶ້ນຢູ່ນະຄອນຟູໂຈ່ວ.ນັກທຸລະກິດເພດຍິງຜູ້ຍອດຢ້ຽມ400ກວ່າຄົນທີ່ມາຈາກແຂວງຟູຈ້ຽນ,ຮົງກົງ,ມາກາວແລະໄຕ້ຫວັນໄດ້ເຕົ້າໂຮມກັນ,ພ້ອມກັນຊອກຄົ້ນຫາລືບັນຫາກ່ຽວກັບການສ້າງສາພາລະກິດແລະການພັດທະນາຂອງແມ່ຍິງ.
ແຂກຜູ້ມີກຽດທີ່ເຂົ້າຮ່ວມເວທີປາໄສເທື່ອນີ້ສ່ວນຫຼາຍແມ່ນຜູ້ຊ່ຽວຊານເພດຍິງ,ນັກທຸລະກິດເພດຍິງເຄື່ອນໄຫວຢ່າງຄຶກຄັກບົນເວທີເສດຖະກິດ,ໃນນັ້ນ,ຜູ້ແທນເພດຍິງທີ່ມາຈາກຮົງກົງ,ມາກາວ,ແລະໄຕ້ຫວັນມີ170ຄົນ.
|
|