ກຳປູເຈຍປ່ອຍປາຄ້າວໃຫຍ່ໃສ່ແມ່ນ້ຳຂອງ
cri
ຕາມຫນັງສືພິມຊິນຈິ່ງປ້າວ:ວັນທີ 15 ມິຖຸນາ,ກຳປູເຈຍໄດ້ຈັດການເຄື່ອນໄຫວທີ່ມີຈຸດປະສົງຍົກສະຕິອະນຸລັກຂອງຄົນທັງຫລາຍ ຮັກແນວພັນສັດທີ່ໃກ້ຈະສູນພັນ,ໃນການເຄື່ອນໄຫວເທື່ອນີ້ມີປາຄ້າວໃຫຍ່ 4 ໂຕຖືກປ່ອຍເຂົ້າແມ່ນ້ຳຂອງ.
ໃນຖານເປັນປາຄ້າວໃຫຍ່ປະເພດດຽວໃນອາຊີ,ປາຄ້າວໃຫຍ່ແມ່ນ້ຳຂອງຫນັກ 300 ກິໂລ,ແມ່ນປານ້ຳຈືດທີ່ໃຫຍ່ກວ່າຫມູ່ໃນໂລກໃນສະເພາະຫນ້ານີ້.ຍ້ອນໃນຫລາຍປີມານີ້,ໄດ້ສ້າງເຂື່ອນຢ່າງເນື່ອງນິດແລະຫາປາເກີນຄວນ,ປາຄ້າວໃຫຍ່ຊະນິດນີ້ມັກລອຍຕາມແມ່ນ້ຳຂອງ,ປັດຈຸບັນໃກ້ຈະສູນພັນແລ້ວ
|
|