
ປ່ຽງໝໍ້ແຕກທີ່ໃຊ້ສຳລັບດັບເຊື້ອດ້ວຍອຸນຫະພູມສູງ

ກອງທະຫານເລກ731ຂອງກອງທະຫານຍີ່ປຸ່ນໄດ້ທົດລອງເຊື້ອໂຣກຕໍ່ຄົນທີ່ຍັງມີຊີວິດຢູ່ຕັ້ງຫຼາຍເທື່ອ,ແລ້ວໄດ້ຄົ້ນຄວ້າຜະລິດລູກລະເບີດເຊື້ອໂຣກທີ່ເຮັດດ້ວຍເຄື່ອງປັ້ນດິນເຜົາ.

ໜ້າກາກປ້ອງກັນອາຍພິດທີ່ຄົ້ນພົບໃນຮ່ອງຮອຍຂອງກອງທະຫານເລກ731ຂອງກອງທະຫານຍີ່ປຸ່ນໄດ້ສະແດງໃຫ້ເຫັນວ່າ,ກອງທະຫານເລກ731ຂອງກອງທະຫານຍີ່ປຸ່ນຮຸກຮານຈີນໃນສົງຄາມໂລກຄັ້ງທີ2ໄດ້ດຳເນີນການຄົ້ນຄວ້າອາຍພິດຢ່າງຫຼວງຫຼາຍຢູ່ນະຄອນຮາເອີປິ່ນ ແຂວງເຮີຍລົງຈ່ຽງຈີນ.
ທ່ານວາງເຜີງ ຫົວໜ້າຫໍວາງສະແດງຊີ້ອອກວ່າ,ວັດຖຸແລະຄຳໃຫ້ການເຫຼົ່ານີ້ໄດ້ຢັ້ງຢືນໃຫ້ເຫັນຢ່າງເຕັມສ່ວນວ່າ,ກອງທະຫານຍີ່ປຸ່ນເຄີຍຄົ້ນຄວ້າຜະລິດອາວຸດເຊື້ອໂຣກແລະເຄີຍດຳເນີນສົງຄາມເຊື້ອໂຣກຢູ່ຈີນ.ໃນນັ້ນ,ເລື່ອງທີ່ເຮັດໃຫ້ຄົນຟັງແລ້ວຂົນຫົວລຸກນັ້ນແມ່ນພວກມັນເຄີຍໃຊ້ຄົນຍັງມີຊີວິດຢູ່ມາດຳເນີນການທົດລອງອາວຸດເຊື້ອໂຣກ.ທ່ານເວົ້າວ່າ:"ກອງທະຫານເລກ731ໄດ້ດຳເນີນການທົດລອງຊະນິດຕ່າງໆຕໍ່ຄົນ.ຕົວຢ່າງ,ກອງທະຫານຍີ່ປຸ່ນຢາກໃຊ້ເຊື້ອກາລະໂຣກເປັນອາວຸດໃນສົງຄາມເຊື້ອໂຣກ,ກໍຕ້ອງຄົ້ນຄວ້າເຊື້ອກາລະໂຣກມີຜົນຮ້າຍຫຼາຍປານໃດຕໍ່ຄົນ.ນອກນີ້,ພວກມັນໄດ້ຜ່ານການເຮັດໃຫ້ຄົນຕິດເຊື້ອໂຣກຫຼາຍເທື່ອ,ແລ້ວຜະລິດເຊື້ອກາລະໂຣກທີ່ມີສານພິດຫຼາຍກວ່າເຊື້ອກາລະໂຣກທົ່ວໄປຕັ້ງ200ກວ່າເທົ່າ,ແລ້ວໃຊ້ເຂົ້າໃນສົງຄາມ."

ຮູບຖ່າຍຂອງສາມັນຊົນຈີນທີ່ຖືກຄຸມໄປສຳນັກງານກອງທະຫານເລກ731ເພື່ອເປັນຜູ້ທົດລອງເຊື້ອໂຣກເຊິ່ງໄດ້ຂຸດອອກຈາກຮ່ອງຮອຍຂອງກອງທະຫານ ເລກ731ຂອງກອງທະຫານຍີ່ປຸ່ນ
ຄຳໃຫ້ການຂອງນັກລົບເກົ່າຂອງກອງທະຫານເລກ731ໄດ້ເຜີຍແບໂທດກຳຂອງກອງທະຫານຍີ່ປຸ່ນໃນໄລຍະສົງຄາມໂລກຄັ້ງທີສອງຈາກດ້ານອື່ນ.ໃນນັ້ນ, ນັກລົບເກົ່າຜູ້ໜຶ່ງໄດ້ສະໜອງຄຳໃຫ້ການໃຫ້ນັກຂ່າວກ່ອນ3ອາທິດທີ່ເຂົາເຖິງແກ່ກຳ,ເຂົາໄດ້ເລົ່າໂທດກຳຂອງຕົນທີ່ດຳເນີນການທົດລອງຕໍ່ຄົນໃນນາມເປັນໝໍຜ່າຕັດໃນສົງຄາມເຊື້ອໂຣກ.
1 2 3 4 5 6 7 8
|